• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາ​ກຸ່ມ​ມາດ​ຕະການ​ແກ້​ໄຂ​ຂອງລັດຖະບານ ຈະ​ຊ່ວຍ​ຮັບປະກັນ​ບັນລຸ​ເປົ້າໝາຍການ​ເຕີບ​ໂຕ

ດ້ວຍຄວາມຂ້ຽວຂາດ ແລະ ຄວາມໃກ້ຊິດຕິດແທດຂອງລັດຖະບານໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ພ້ອມກັບບັນດາມາດຕະການປະຕິບັດ “ເປົ້າໝາຍຄວບຄູ່” ນັ້ນແມ່ນ ຟື້ນຟູພື້ນຖານເສດຖະກິດ ແລະ ພັດທະນາເສດຖະກິດສັງຄົມໃນຊຸມເດືອນທ້າຍປີ ຈະປະກອບສ່ວນບັນລຸໄດ້ບັນດາໝາກຜົນຕັ້ງໜ້າ ກ່ຽວກັບລະດັບເຕີບໂຕ ແລະ ຟື້ນຟູການພັດທະນາເສດຖະກິດໃນຊຸມເດືອນທີ່ຍັງເຫຼືອຂອງປີ 2020 ນີ້.

(ພາບປະກອບ: hanoimoi.com.vn)

ນີ້ແມ່ນຂໍ້ສັງເກດຂອງບັນດາສະມາຊິກສະພາແຫ່ງຊາດ ຊຶ່ງໄດ້ແບ່ງປັນຢູ່ນອກກອງປະຊຸມສະໄໝສາມັນເທື່ອທີ 9 ພາຍຫຼັງການປຶກສາຫາລືກ່ຽວກັບເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ທີ່ໄດ້ແກ່ຍາວເປັນເວລາ 2 ວັນ. ທ່ານ ຫງວຽນດຶກກຽນ, ສະມາຊິກສະພາແຫ່ງຊາດ ແຂວງ ຊອັກຈັງ, ຫົວໜ້າໜ່ວຍງານໃຫ້ຄໍາປຶກສາດ້ານເສດຖະກິດຂອງ ນາຍົກລັດຖະມົນຕີ ຖືວ່າ:

        “ດ້ວຍຍຸດທະສາດຟື້ນຟູພື້ນຖານເສດຖະກິດ ຕາມ 2 ບາດກ້າວຂອງ ລັດຖະບານ, ໃນນັ້ນ, ໃນເບື້ອງຕົ້ນ ພວກເຮົາຈະປະຕິບັດບາດກ້າວທີ 1ໃຫ້ເປັນຢ່າງດີ ນັ້ນແມ່ນ ຄວບຄຸມໂລກລະບາດໂຄວິດ - 19, ບໍ່ປະໃຫ້ແຜ່ລະບາດໃນຊຸມຊົນ. ພວກເຮົາຈະປັບປຸງພື້ນຖານເສດຖະກິດ ເພື່ອເຂົ້າຮ່ວມລະບົບມູນຄ່າໃໝ່ໃນ ໄຕມາດທີ 4/2020 ແລະ ຊຸມເດືອນຕົ້ນປີ 2021. ຫວັງວ່າ ໃນປີ 2021, ເມື່ອເສດຖະກິດໂລກ ໄດ້ຮັບການຟື້ນຟູນັ້ນ ພື້ນຖານເສດຖະກິດຂອງຫວຽດນາມ ກໍຈະໄດ້ຮັບການຟື້ນຟູຕ່ືມອີກ”.

        ສ່ວນທ່ານ ບຸ່ຍແທັງຕຸງ, ສະມາຊິກສະພາແຫ່ງຊາດນະຄອນ ຫາຍຟ່ອງ ຖືວ່າ:

        “ຜ່ານການປຶກສາຫາລືຢູ່ທີ່ວາລະປະຊຸມຕ່າງໆຂອງສະພາແຫ່ງຊາດ ກໍຄືຜ່ານການເຮັດວຽກຄັ້ງຕ່າງໆຂອງນາຍົກລັດຖະມົນຕີ  ແລະ ຮອງນາຍົກລັດຖະມົນຕີ ຢູ່ທ້ອງຖິ່ນຕ່າງໆ, ພວກຂ້າພະເຈົ້າ ກໍເຫັນໄດ້ຄວາມຕັດສິນໃຈສູງຂອງບັນດາທ້ອງຖິ່ນໃນການບໍ່ຫຼຸດຄາດໝາຍການເຕີບໂຕໃນປີນີ້. ປີນີ້ ພວກເຮົາຈະສືບຕໍ່ຮັກສາທ່າເຕີບໂຕ ແລະ ຮັກສາອັດຕາການເຕີບໂຕເສດຖະກິດ ບໍ່ພຽງແຕ່ບັນລຸຜົນບວນເທົ່ານັ້ນ ຫາກຍັງອາດຈະລື່ນກາຍລະດັບ ເຊິ່ງບັນດາອົງການຈັດຕັ້ງສາກົນ ຕີລາຄາ ແມ່ນແຕ່ 2,7  2,8%. ປັດຈຸບັນ, ພວກເຮົາມີຄວາມຕັດສິນໃຈໃຫ້ບັນລຸລະດັບສູງກວ່າ ແມ່ນ ກວ່າ 4%”. 

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top