• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງວັນ​ຄ້າຍ​ວັນ​​ເກີດ​ຂອງ​ປະທານ​ໂຮ່ຈີ​ມິນ ຄົບຮອບ 130 ປີ

ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ທີ່ສະແດງໃຫ້ເຫັນຄຸນງາມຄວາມດີ ແລະ ການອຸທິດສ່ວນອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ ທີ່ມີຕໍ່ພາລະກິດແຫ່ງການປະຕິວັດຂອງຫວຽດນາມ. 

ປະທານໂຮ່ຈີມິນ - ຜູ້ນໍາທີ່ຍິ່ງໃຫຍ່ (ພາບເອກະສານ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ ຄົບຮອບ 130 ປີ (19/05/1890 – 19/05/2020), ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ທີ່ສະແດງໃຫ້ເຫັນຄຸນງາມຄວາມດີ ແລະ ການອຸທິດສ່ວນອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ ທີ່ມີຕໍ່ພາລະກິດແຫ່ງການປະຕິວັດຂອງຫວຽດນາມ. ທາງນະຄອນ ກໍໄດ້ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນຄົບຮອບ 130 ປີ ລະດັບຊາດຂຶ້ນ ແລະ ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ ເປັນຕົ້ນແມ່ນງານວາງສະແດງຮູບພາບກ່ຽວກັບຊີວິດ, ການເຄື່ອນໄຫວຂອງປະທານໂຮ່ຈີມິນ; ຈັດສ້າງຟິມຮູບເງົາເອກະສານດ້ວຍຫົວຂໍ້ “ລຸງໂຮ່ ກັບນະຄອນຫຼວງຮ່າໂນ້ຍ”; ຈັດຕັ້ງບັນດາລາຍການສະແດງສິລະປະ, ການແລກປ່ຽນ, ໂອ້ລົມສົນທະນາ, ພິທີຖະຫວາຍທູບທຽນ, ລາຍງານຜົນງານ ຢູ່ບັນດາສະຖານທີ່ມີເຂດປູຊະນີຍະສະຖານ ແລະ ອະນຸສອນສະຖານປະທານໂຮ່ຈີມິນ.  

        ຢູ່ແຂວງເງະອານ ເຊິ່ງເປັນບ້ານເກີດເມືອງນອນຂອງປະທານໂຮ່ຈີມິນ, ກໍໄດ້ຈັດຕັ້ງການເຄື່ອນໄຫວຈໍານວນໜຶ່ງເພື່ອສະເຫຼີມສະຫຼອງວັນເກີດຂອງເພິ່ນເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top