• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາເຂດປູສະນີຍະສະຖານ, ຮ່ອງຮອຍປະຫວັດຊາດ ຢູ່ ຮ່າໂນ້ຍ ໄດ້ເປີດຄືນໃໝ່ ເພື່ອຮັບໃຊ້ນັກທ່ອງທ່ຽວ

      ຕອນເຊົ້າ ວັນທີ 6 ກຸມພາ, ບັນດາ ເຂດປູສະນີຍະສະຖານ ແລະ ຮ່ອງຮອຍປະຫວັດຊາດ ຢູ່ ຮ່າໂນ້ຍ ໄດ້ເປີດບໍລິການ ຄືນໃໝ່ ຮັບໃຊ້ນັກທ່ອງທ່ຽວ ຫຼັງຈາກຕ້ອງຢຸດໄປມື້ໜຶ່ງ ເພື່ອສີດຢາ ຂ້າເຊື້ອ, ກະກຽມ ເງື່ອນໄຂຕ້ານ ແລະ ສະກັດ ກັ້ນໂລກລະບາດ ອັກເສບປອດ ຈາກເຊື້ອໄວຣັດ ໂຄໂຣ ນາ ສາຍພັນໃໝ່ (NCoV).

ນັກທ່ອງທ່ຽວຢ້ຽມຢາມເຂດຮ່ອງຮອຍປະຫວັດສາດພິເສດ ວັນມ໋ຽວ-ກວັກຕືຢາມ ໃນຕອນເຊົ້າວັນທີ 6 ກຸມພາ.
ພາບ: ແທງຕຸ່ງ/VNA
ເລີ່ມແຕ່ເວລາ 8 ໂມງເຊົ້າ ວັນທີ 6 ກຸມພາ, ເຂດຮ່ອງຮອຍ ປະ ຫວັດສາດ ວັນມ໋ຽວ-ກວັກຕືຢາມ ໄດ້ເປີດຄືນໃໝ່ ຫຼັງ ຈາກ ຢຸດໄປມື້ໜຶ່ງ ເພື່ອສີດຢາ ຂ້າເຊື້ອຢູ່ພາຍໃນເຂດອະນຸ ສອນສະຖານ ກໍຄື ກະກຽມປ້ອງກັນ ແລະ ສະກັດກັ້ນ ການ ລະບາດ ຂອງ ໂລກລະບາດ. ທ່ານ ເລຊວນກຽວ, ຜູ້ອຳ ນວຍການ ສູນເຄື່ອນໄຫວ ວັດທະນະທຳ ວິທະຍາສາດ ວັນ ມ໋ຽວ-ກວັກຕືຢາມ ໃຫ້ຮູ້ວ່າ ເພື່ອຫຼີກລ່ຽງ ການແຜ່ລະບາດ ແລະ ຮັບປະກັນ ສຸຂະພາບ ຂອງ ວົງຄະນາຍາດ, ທາງສູນ ໄດ້ ສີດຢາຂ້າເຊື້ອ ໃນທຸກພື້ນທ່ີ. ເຖິງວ່າ ປະລິມານນັກ ທ່ອງທ່ຽວ ມາທີ່ນີ້ ບໍ່ຫຼາຍຄືເກົ່າ ແຕ່ເລື່ອງສຸຂະພາບ ຂອງ ນັກທ່ອງທ່ຽວ ທາງສູນ ໃຫ້ຄວາມເອົາໃຈໃສ່ ເປັນພິເສດ. ໃນວັນເປີດສູນຄືນໃໝ່, ສູນໄດ້ປະສານສົມທົບ ກັບ ສະໂມ ສອນ ການທ່ອງທ່ຽວ ຢູແນັສໂກ ຮ່າໂນ້ຍ ແຈກຢາຍ ຜ້າ ອັດປາກ ໂດຍບໍ່ຄິດຄ່າ ໃຫ້ແກ່ແຂກທີ່ມາ ຢ້ຽມຢາມສູນ. ມີ ໜ້າ ຢູ່ສະຖານທີ່ ແຈກຢາຍ ຜ້າອັດປາກ, ທ່ານ ເຈືອງກວັກ ຮຸ່ງ, ປະທານສະມາຄົມ ໃຫ້ຮູ້ວ່າ ເລື່ອງ ຮັກສາ ສຸຂະພາບ ໃຫ້ນັກທ່ອງທ່ຽວ ກໍແມ່ນການຮັກສາ ໃຫ້ແກ່ ວິສາຫະກິດ ການທ່ອງທ່ຽວ. ການແຈກຢາຍ ຜ້າອັດປາກ ໂດຍບໍ່ຮຽກ ຄ່າ ແມ່ນການກະທຳ ທີ່ທຳມະດາ ແຕ່ມີຄວາມໝາຍ ໃນ ຈຸດເວລາ ຄືປັດຈຸບັນ. ທາງ ສະໂມສອນ ໄດ້ລະດົມແຫຼ່ງ ກຳລັງແຮງ ດ້ານການເງິນ ຂອງ ສະມາຊິກໃນສະໂມສອນ ແລະ ການສະໜັບສະໜູນ ຈາກພາຍນອກ ພ້ອມກັບ ບັນ ດາອາສາສະໝັກ ທີ່ກຳລັງ ເຮັດວຽກ ໃນບັນດາວິສາຫະ ກິດ. ໃນເວລານີ້, ເລື່ອງ ສະມາຊິກ ສະໂມສອນ ຫຼື ປະຊາ ຊົນ ແຕ່ລະຄົນ ເຂົ້າຮ່ວມ ການກະທຳນີ້ ຈະຊ່ວຍການຕ້ານ ແລະ ສະກັດກັ້ນ ໂລກລະບາດ ໄດ້ດີຍິ່ງຂຶ້ນ.

ຫຼັງຈາກຢຸດການຕ້ອນຮັບແຂກໜຶ່ງມື້, ຕອນເຊົ້າວັນທີ 6 ກຸມພາ, ເຂດຮ່ອງຮອຍປະຫວັດສາດ ກຳແພງທັງລອງ ໄດ້ ເປີດຄືນໃໝ່. ທ່ານນາງ ຫງວຽນທິອ໋ຽນ, ຫົວໜ້າ ຫ້ອງການ ອະທິບາຍ ແລະ ໂຄສະນາເຜີຍແຜ່ ສູນອະນຸລັກ ຮັກສາ ມໍ ລະດົກ ທັງລອງ, ຮ່າໂນ້ຍ ໃຫ້ຮູ້ວ່າ ໃນວັນທີ 6 ກຸມພາ, ໄດ້ ມີ ຫຼາຍຄະນະ ມາຢ້ຽມຢາມເຂດຮ່ອງ ຮອຍປະຫວັດສາດ. ທາງສູນ ໄດ້ແນະນຳ ໃຫ້ນັກທ່ອງທ່ຽວ ປະຕິບັດ ບັນດາ ວິ ທີການກັນ ແລະ ຫຼີກລ່ຽງ ການ ແຜ່ໂລກລະບາດ ເພື່ອ ຮັບ ປະກັນ ຄວາມປອດໄພ ໃຫ້ແກ່ ນັກທ່ອງທ່ຽວ ກໍຄື ມວນ ຊົນ. ໃນວັນທີ 5 ກຸມພາ, ທາງສູນໄດ້ ໃຫ້ສີດຢາ ຂ້າເຊື້ອ ທົ່ວພາຍໃນເຂດ ມໍລະດົກແຫ່ງນີ້.

ເລີ່ມແຕ່ເວລາ 7 ໂມງເຊົ້າ ວັນທີ 6 ກຸມພາ, ວັດ ຫງອກ ເຊີນ ໄດ້ເປີດບໍລິການຄືນໃໝ່, ມີນັກທ່ອງທ່ຽວຫຼາຍຄົນ ໄດ້ ເຂົ້າ ຢ້ຽມຢາມ ສະຖານທີ່ ທ່ອງທ່ຽວທີ່ມີຊື່ສຽງນີ້. ທ່ານ ຫງວຽນຢວ໊ານວັນ, ຫົວໜ້າຄະນະຄຸ້ມຄອງ ຮ່ອງຮອຍ ປະ ຫວັດສາດ ປູສະນີຍະສະຖານ ຮ່າໂນ້ຍໃຫ້ຮູ້ວ່າ ຍາດເວລາ ຢຸດການ ຕ້ອນຮັບແຂກ ໃນວັນ ທີ 5 ກຸມພາ, ຄະນະຄຸ້ມ ຄອງ ເຂດຮ່ອງຮອຍປະຫວັດສາດ ໄດ້ໃຫ້ການສີດຢາຂ້າ ເຊື້ອ ທົ່ວບໍລິເວນພາຍໃນ ແລະ ເດີ່ນວັດ ຫງອກເຊີນ ຍ້ອນ ນີ້ເປັນ ບ່ອນທ່ີມີນັກທ່ອງທ່ຽວ ມາຢ້ຽມຢາມ ເປັນຈຳນວນ ຫຼວງຫຼາຍ ເປັນປະຈຳ, ເພາະສະນັ້ນ ການປອດໄພ ຂອງ ແຂກ ຕ້ອງໄດ້ ຮັບຄວາມ ບຸລິມະສິດຢ່າງສູງສຸດ. ພ້ອມ ກັນນັ້ນ ມີເຂດຮ່ອງຮອຍ 6 ແຫ່ງ ສັງກັດ ການຄຸ້ມຄອງ ຂອງ ຄະນະຄຸ້ມຄອງ ຮ່ອງຮອຍປະຫວັດສາດ, ປູສະນີ ຍະ ສະຖານ ຮ່າໂນ້ຍ ກໍໄດ້ສີດຢາ ຂ້າເຊື້ອ. ເມື່ອມາຢ້ຽມຢາມ ວັດ ຫງອກເຊີນ, ນັກທ່ອງທ່ຽວ ຈະໄດ້ແຈກຢາຍ ຜ້າອັດ ປາກ ແລະ ນຳ້ຢາລ້າງມື ຂ້າເຊື້ອ.

ມີເຂດຮ່ອງຮອຍຫຼາຍແຫ່ງ ຢູ່ນະຄອນຫຼວງ ຮ່າໂນ້ຍ ເຊັ່ນ: ຄຸກ ຫວາລໍ່, ວັດ ກວ໋ານແທ໋ງ, ຮ່ອງຮອຍ 48 ຮ່າງງາງ... ກໍ ໄດ້ເປີດບໍລິການຄືນໃໝ່ ໃນວັນທີ 6 ກຸມພາ. ບັນດາ ສະ ຖານ ທີ່ທ່ອງທ່ຽວ ປະຫວັດສາດ-ວັດທະນະທຳ ຢູ່ຮ່າໂນ້ຍ ໄດ້ຍາດເວລາ ຢຸດການເຄື່ອນໄຫວ ໃນວັນທີ 5 ກຸມພາ ເພື່ອສີດຢາຂ້າເຊື້ອ; ສ້າງຄວາມເຂັ້ມແຂງດ້ານ ສຸຂາ ອະນາໄມ ພາຍໃນເຂດ ເພື່ອປ້ອງກັນ ແລະ ສະກັດກັ້ນ ໂລກ ລະບາດ. ຖັນແຖວພະນັກງານ ລັດຖະກອນ ຂອງ ບັນດາສະຖານທີ່ ທ່ອງທ່ຽວ ແມ່ນກຽມພ້ອມ ຮັບໂທລະສັບ ເພື່ອ ຊ່ວຍເຫຼືອດ້ານຂໍ້ມູນຂ່າວສານ ໃຫ້ແກ່ນັກທ່ອງທ່ຽວ. ພະນັກງານ ລັດຖະກອນ ທຸກຄົນ ລ້ວນແຕ່ໄດ້ປະກອບ ຄວາມຮູ້ ແລະ ຄວາມສາມາດ ເພື່ອການປ້ອງກັນຕົນເອງ ແລະ ຊ່ວຍເຫຼືອ ນັກທ່ອງທ່ຽວ ວິທີການຕ້ານ ແລະ ສະກັດກັ້ນ ໂລກລະບາດ NCoV ເຊ່ັນ: ສະໜອງນໍ້າຢາ ລ້າງມືຂ້າເຊື້ອ ແລະ ເຕືອນ ໃຫ້ນັກທ່ອງທ່ຽວໃຊ້ ຜ້າອັດປາກ ເມື່ອເຂົ້າຮ່ວມ ການເຄື່ອນໄຫວ ຢູ່ໃນ ເຂດທ່ອງທ່ຽວ.
ປະຕິບັດໂດຍ: VNA/VNP
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top