• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາສູນທ່ອງທ່ຽວຫວຽດນາມ ເລີ່ມເຄື່ອນໄຫວຄືນໃໝ່ພາຍຫຼັງໂລກລະບາດໂຄວິດ-19

ຂະແໜງທ່ອງທ່ຽວຂອງແຂວງພວມມີສັນຍານຕັ້ງໜ້າຫຼາຍຢ່າງ ນັບແຕ່ເມື່ອສ້າງສະພາບເປັນປົກກະຕິໃໝ່.
(ແຂວງ ບ່າເຣີຍ - ວູງເຕົ່າ ສືບຕໍ່ຂົນຂວາຍບັນດາວິສາຫະກິດສ້າງບ້ວງກະຕຸ້ນການທ່ອງທ່ຽວ, ຫຼຸດລາຄາ, ເພີ່ມການບໍລິການ)

ຂະແໜງທ່ອງທ່ຽວຢູ່ພາຍໃນປະເທດຂອງຫວຽດນາມ ພວມເລີ່ມກັບຄືນສູ່ການເຄື່ອນໄຫວພາຍຫຼັງຖືກຜົນກະທົນຈາກໂລກລະບາດໂຄວິດ-19 ເປັນເວລາດົນນານ. ບັນດາສູນທ່ອງທ່ຽວໃຫຍ່ເລີ່ມຟົດຟື້ນຄືນໃໝ່ ດ້ວຍການເຄື່ອນໄຫວບຸລິມະສິດຫຼາຍຢ່າງເພື່ອດຶງດູດນັກທ່ອງທ່ຽວ.

        ຕາມສະຫະສະມາຄົມທ່ອງທ່ຽວແຂວງ ບ່າເຣີຍ - ວູ້ງເຕົ່າແລ້ວ, ຂະແໜງທ່ອງທ່ຽວຂອງແຂວງພວມມີສັນຍານຕັ້ງໜ້າຫຼາຍຢ່າງ ນັບແຕ່ເມື່ອສ້າງສະພາບເປັນປົກກະຕິໃໝ່. ເມື່ອທຽບໃສ່ກ່ອນນີ້ 1 ເດືອນ, ປະຈຸບັນຄິດສະເລ່ຍໃນແຕ່ລະມື້, ແຂວງບ່າເຣີຍ - ວູ້ງເຕົ່າໄດ້ຕ້ອນຮັບນັກທ່ອງທ່ຽວປະມານ 2.000-3000 ເທື່ອຄົນ, ໃນຊຸມມື້ທ້າຍອາທິດ ຈຳນວນນັກທ່ອງທ່ຽວໄດ້ເພີ່ມຂຶ້ນເຖິງປະມານ 10.000 ເທື່ອຄົນ. ທ່ານ ຮ່ວາງງອັກລິງ, ຮອງປະທານສະຫະສະມາຄົມທ່ອງທ່ຽວແຂວງ ບ່າເຣີຍ - ວູງເຕົ່າ ຢືນຢັນວ່າ, ເມື່ອບາງແຂວງທາງພາກເໜືອ ໄດ້ຍົກເລີກຄຳສັ່ງແຍກຫ່າງສັງຄົມຍ້ອນໂລກລະບາດໂຄວິດ-19, ແນ່ນອນວ່າ ຈຳນວນນັກທ່ອງທ່ຽວມາທ່ອງທ່ຽວຢູ່ແຂວງ ບ່າເຣີຍ - ວູງເຕົ່າ ຈະເພີ່ມຂຶ້ນໃນຊຸມມື້ຈະມາເຖິງ.

“ນັກທ່ອງທ່ຽວຍັງຈະໄປທ່ຽວຢູ່ ຍ້ອນເວລາເດີນທາງໄປຍັງແຂວງ ບ່າເຣີຍ - ວູງເຕົາ ຂອງບັນດາຍານພາຫະນະໄດ້ຖືກຫຼຸດຜອ່ນລົງຫຼາຍແລ້ວ, ທີ 2 ແມ່ນ ດ້ວຍເງື່ອນໄຂເສດຖະກິດໃນປະຈຸບັນ ນັກທ່ອງທ່ຽວຍັງເລືອກເອົາການໄປທ່ອງທ່ຽວເປັນເວລາສັ້ນໆ, ສະນັ້ນ ບ່າເຣຍ - ວູງເຕົ່າ ຍັງແມ່ນການເລືອກເຟັ້ນທີ່ດີ”.

ບັນດາລາຍການທ່ອງທ່ຽວເຊິ່ງນັກທ່ອງທ່ຽວຍົກເລີກ, ໂຈະການທ່ອງທ່ຽວຢູ່ບ່າເຣີຍ - ວູງເຕົ່າ ໃນໂອກາດບຸນປີໃໝ່ປະຈຳຊາດພວມກັບຄືນສູ່ການເຄື່ອນໄຫວ. ແຂວງ ບ່າເຣີຍ - ວູງເຕົ່າ ສືບຕໍ່ຂົນຂວາຍບັນດາວິສາຫະກິດສ້າງບ້ວງກະຕຸ້ນການທ່ອງທ່ຽວ, ຫຼຸດລາຄາ, ເພີ່ມການບໍລິການ; ເຂົ້າຮ່ວມບັນດາລາຍການໂຄສະນາລວມຂອງຂະແໜງທ່ອງທ່ຽວຫວຽດນາມ ແລະ ບັນດາແຂວງ, ນະຄອນທີ່ໄດ້ລົງນາມສັນຍາການຮ່ວມມື ເພື່ອເພີ່ມກຳລັງແຜ່ຂະຫຍາຍໃຫ້ແກ້ຂະແໜງທ່ອງທ່ຽວທ້ອງຖິ່ນ.

(ຂະແໜງທ່ອງທ່ຽວນະຄອນ ດ່ານັ້ງ ສູ້ຊົນຕ້ອນຮັບນັກທ່ອງທ່ຽວກວ່າ 5 ລ້ານເທື່ອຄົນ)

ນະຄອນດ່ານັ້ງ ຢູ່ທາງພາກກາງ ມີຫາດຊາຍທະເລສວຍງາມຫຼາຍແຫ່ງ. ຍ້ອນເຫດນັ້ນ, ເລື່ອງຈັດຕັ້ງລາຍການທ່ອງທ່ຽວບັນເທິງຍາມກາງຄືນຢູ່ຫາດຊາຍທະເລ ມີ້ອານ, ເມືອງ ງູແຮ່ງເຊີນ ຈະສ້າງຈຸດພົ້ນເດັ່ນໃຫ້ແກ່ດ່ານັ້ງ ຍາມກາງຄືນ. ທ້າຍປີ 2019, ນະຄອນ ດ່ານັ້ງ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວພັດທະນາດ້ານການທ່ອງທ່ຽວຍາມກາງຄືນເພື່ອຮັບໃຊ້ການທ່ອງທ່ຽວ,  ແຕ່ໂຄງການດັ່ງກ່າວບໍ່ສາມາດປະຕິບັດໄດ້ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19. ປະຈຸບັນ, ໂຄງການດັ່ງກ່າວໄດ້ເລີ່ມເຄື່ອນໄຫວຄືນໃໝ່, ໃນຕໍ່ໜ້າແມ່ນສຸມໃສ່ການຟື້ນຟູການທ່ອງທ່ຽວຢູ່ພາຍໃນປະເທດ. ທ່ານ ກາວຈິ໊ຢຸງ, ປະທານສະຫະສະມາຄົມທ່ອງທ່ຽວນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ.

“ປະຊາຄົມວິສາຫະກິດສົມທົບກັບພະແນກທ່ອງທ່ຽວນະຄອນ ດ່ານັ້ງ ສຸມໃສ່ 3 ກຸ່ມຜະລິດຕະພັນຄື: ທີ 1 ແມ່ນຈັດລາຍການໄປທ່ອງທ່ຽວ ບ່ານ່າ ຍາມກາງຄືນ; ທີ 2 ແມ່ນລາຍການທ່ອງທ່ຽວໄປ ດ່ານັ້ງ ຍາມກາງຄືນ. ສຳລັບລາຍການທ່ອງທ່ຽວນີ້,ພວກຂ້າພະເຈົ້າພວມແລກປ່ຽນກັບອົງການຄຸ້ມຄອງລັດ ເພື່ອເລືອກເອົາຈຸດພົ້ນເດັ່ນໃຫ້ແກ່ລາຍການນີ້. ທີ 3 ແມ່ນປ່ຽນແປງໃໝ່ ເນື້ອໃນລາຍການທ່ອງທ່ຽວບົນແມ່ນ້ຳດ້ວຍເຮືອ, ມີຈຸດເປັນເອກະລັກສະເພາະກວ່າ. ພ້ອມກັບປະຊາຄົມວິສາຫະກິດ, ບັນດາຫົວໜ່ວຍຈົ່ງສະໜອງການບໍລິການໂດຍໄວ ເພື່ອສ້າງເປັນບັນດາຜະລິດຕະພັນທ່ອງທ່ຽວຮັບໃຊ້ໃນໂອກາດວັນບຸນໃຫຍ່ 30 ເມສາ ແລະ 01 ພຶດສະພາ 2021”.

ປີນີ້, ຂະແໜງທ່ອງທ່ຽວນະຄອນ ດ່ານັ້ງ ສູ້ຊົນຕ້ອນຮັບນັກທ່ອງທ່ຽວກວ່າ 5 ລ້ານເທື່ອຄົນ, ເພີ່ມຂຶ້ນແຕ່ 85-86% ເມື່ອທຽບໃສ່ປີ 2020. ພ້ອມກັບການພັດທະນາຜະລິດຕະພັນການທ່ອງທ່ຽວຍາມກາງຄືນ, ດ່ານັ້ງ ພວມຜັນຂະຫຍາຍຫຼາຍລາຍການເພື່ອກະຕຸ້ນການທ່ອງທ່ຽວ, ເປັນຕົ້ນແມ່ນສຸມໃສ່ດຶງດູດນັກທ່ອງທ່ຽວຢູ່ພາຍໃນປະເທດ, ການໄປທ່ອງທ່ຽວສົມທົບກັບກອງປະຊຸມ, ຈັດຕັ້ງເຫດການ… (MICE). ການທ່ອງທ່ຽວ MICE ແມ່ນໜຶ່ງໃນຈຳນວນລາຍການດຶງດູດນັກທ່ອງທ່ຽວ ເຊິ່ງແຂວງ ດ່ານັ້ງ ພວມມຸ່ງໄປສູ່ໃນໄລຍະຈະມາເຖິງ ພາຍຫຼັງໂລກລະບາດໂຄວິດ-19.

ສ່ວນແຂວງ ກວາງນິງ, ແມ່ນສູນທ່ອງທ່ຽວໃຫຍ່ຂອງພາກເໜືອ, ກໍ່ພວມສ້າງແຜນການຟື້ນຟູການເຄື່ອນໄຫວທ່ອງທ່ຽວ ເມື່ອໂລກລະບາດໄດ້ຮັບການຄວບຄຸມ ແລະ ເພື່ອກະກຽມໃຫ້ແກ່ໂອກາດວັນບຸນ 30 ເມສາ ແລະ 01 ພຶດສະພາ. ປະຈຸບັນ, ແຂວງ ກວາງນິງ ຍັງສືບຕໍ່ຫຼຸດລາຄາປີ້ບໍລິການລົງ 50% ໃນມື້ທຳມະດາ ແລະ 100% ໃນໂອກາດບັນບຸນ ເມື່ອໄປຢ້ຽມຢາມອ່າວ ຮະລອງ. ຫວ່າງມໍ່ໆມານີ້, ພະແນກທ່ອງທ່ຽວແຂວງ ກວາງນິງ ໄດ້ມີການພົບປະ, ຮັບຟັງຄຳເຫັນຂອງສະຫະສະມາຄົມທ່ອງທ່ຽວ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດທ່ອງທ່ຽວທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ-19. ທ່ານຫົວໜ້າພະແນກທ່ອງທ່ຽວແຂວງ ກວາງນິງ ໃຫ້ຮູ້ວ່າ, ພວມລໍຖ້າຂໍ້ຕົກລົງເປັນທາງການຂອງຄະນະກຳມະການປະຊາຊົນແຂວງ ກວາງນິງ ເພື່ອຜັນຂະຫຍາຍເປີດບໍລິການທ່ອງທ່ຽວຢູ່ແຂວງກວາງນິງ ຄືນໃໝ່./.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top