• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຍາມຕົ້ນປີໃໝ່ 2021 ຢູ່ຫວຽດນາມ

      ຫວຽດນາມ ມີສະຖານທີ່ທ່ອງທ່ຽວສວຍງາມຫຼາຍແຫ່ງທີ່ດຶງດູດນັກທ່ອງທ່ຽວ. ໃນນັ້ນມີ: ນິງບິ່ງ, ດ່ານັ້ງ-ໂຮ້ຍອານ, ດ່າລາດ.. ແມ່ນເຂດດິນແດນທີ່ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ນັກທ່ອງທ່ຽວ, ນັບແຕ່ທິວທັດທຳມະຊາດຕະຫຼອດຮອດອາຫານການກິນຂອງແຕ່ລະເຂດ.
ຊາປາ
   
  ຊາປາ ແມ່ນສະຖານທີ່ແຫ່ງທຳອິດໃນບັນຊີລາຍຊື່ທ່ອງທ່ຽວຍາມປີໃໝ່ສາກົນ 2021. ໄປທ່ອງທ່ຽວຢູ່ ຊາປາ ໃນຈຸດເວລານີ້,
ຖ້າຫາກອຸນຫະພູມລົງຕ່ຳ, ເພື່ອນອາດຈະມີໂອກາດເຫັນຫິມະຕົກ ແລະ ນ້ຳກ້າມຢູ່ຈອມມູ Fansipan.

(ພາບ: thoidai.com.vn)
ຕາມດາວ
      ເມື່ອມາທ່ອງທ່ຽວຢູ່ ຕາມດາວ, ແຂວງ ວິ້ງຟູ໊ກ, ເພື່ອນສາມາດຖ່າຍຮູບຢູ່ນ້ຳຕົກຕາດ ບາກ, ໂບດເກົ່າ ຫຼື ທ່ຽນວ້ຽນຈຸກເລິມ, ເຊິ່ງແມ່ນເຂດທີ່ເໝາະແກ່ການທ່ອງທ່ຽວ, ຜ່ອນຄາຍຄວາມອິດເມື່ອຍ.
 
ສະໜາມຫຼວງເຂດໃຈກາງ, ສະຖານທີ່ຖ່າຍຮູບທີ່ໄວໜຸ່ມນິຍົມ
      ເຂດທັດສະນີຍະພາບ ໄຕທຽນ, ແມ່ນເຂດປູຊະນີຍະສະຖານວັດທະນະທຳ, ລວມມີຫຼາຍກິດຈະກຳທາງດ້ານສາສະໜາ.
ມົກເຈົາ
ເມື່ອໄປທ່ອງທ່ຽວຢູ່ເຂດພູພຽງ ມົກເຈົາ ໃນຍາມທ້າຍລະດູໜາວນີ້ນັກທ່ອງທ່ຽວຈະບໍ່ສາມາດລົງຫຼືມໄດ້.
ດອກໝາກໝັ້ນຂາວເບັ່ງບານໄປມົ່ວຮ່ວມພູຢູ່ ມົກເຈົາ
(ພາບ: kinhtemoitruong.vn)
     ຮ່າຢາງ
   
  ເມື່ອໄປທ່ຽວຢູ່ແຂວງ ຮ່າຢາງ, ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ຮັບຊົມດອກໄມ້ທີ່ມີສີສັນຫຼາກຫຼາຍເທົ່ານັ້ນ, ຫາກຍັງໄດ້ແວ່ຢ້ຽມຢາມບ້ານ, ເລາະຕະຫຼາດນັດທີ່ອຶກກະທຶກຄຶກໂຄມ ແລະ ໄດ້ຮັບປະທານເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງເຂດພູສູງນີ້ອີກດ້ວຍ.
ນິງບິ່ງ
      
ເມື່ອເວົ້າເຖິງ ນິງບິ່ງ, ນັກທ່ອງທ່ຽວຫຼາຍຄົນຈະຄິດເຖິງເຂດທັດສະນີຍະພາບ ຈ່າງອານ, ແຕ່ຢູ່ແຫ່ງນີ້ຍັງມີວັດ ບ້າຍດິ໊ງ, ຕາມກົກ-ບິ໊ກດົ້ງ… ເຂດເຫຼົ່ານີ້ແມ່ນມີຊື່ສຽງທີ່ສຸດ.
(ພາບ: thoidai.com.vn)
ເຫ້ວ
      ສະຖານທີ່ທ່ອງທ່ຽວບາງແຫ່ງທີ່ດຶງດູດຢູ່ເຫ້ວ ຄື: ສວນສາທາລະນະ, ພະລາຊະວັງເຫ້ວ, ວັດ ທຽນມຸ… ແລະ ນັກທ່ອງທ່ຽວກໍ່ຄວນຍາດເວລາເພື່ອຮັບປະທານເຍື່ອງອາຫານທີ່ເປັນເອກະລັກສະເພາະຢູ່ທີ່ນີ້ອີກດ້ວຍ.
(ພາບ: vtc.vn)
ດ່ານັ້ງ - ໂຮ້ຍອານ
ດ່ານັ້ງ - ສະຖານທີ່ໜ້າປະທັບໃຈໃນໂອກາດພັກວັນບຸນ
(ພາບ: vtc.vn)
     
ແຕ່ດົນນານມາແລ້ວ, ໂຮ້ຍອານ ໄດ້ຮູ້ຈັກເຖິງແມ່ນເຂດທັດສະນີຍະພາບທີ່ມີຊື່ສຽງຢູ່ຫວຽດນາມ, ແຕ່ລະປີສະຖານທີ່ແຫ່ງນີ້ໄດ້ດຶງດູດນັກທ່ອງທ່ຽວມາຢ້ຽມຢາມນັບລ້ານເທື່ອຄົນ.
(ພາບ: kinhtemoitruong.vn)
ຝູກວ໊ກ

ຝູກວ໊ກ ແຂວງ ກຽນຢາງ ແມ່ນສະຫງວນໃຫ້ຜູ້ທີ່ມັກທ່ອງທ່ຽວຢູ່ເຂດທະເລທີ່ສະຫງົບງຽບ ແລະ ມັກກິນອາຫານທະເລສົດໆ.
(ພາບ: kinhtemoitruong.vn)
ເກິ່ນເທີ

ເກິ່ນເທີ ມີເຂດທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງດຶງດູດນັກທ່ອງທ່ຽວມາຢ້ຽມຢາມ, ລະຫຼີ້ນຄື: ຕະຫຼາດບົນແມ່ນ້ຳ ກ໊າຍຣັງ.
(ພາບ: vtc.vn)
ດ່າລາດ

ໃນມື້ໜຶ່ງຢູ່ດ່າລາດ, ເພື່ອນຈະເຫັນອາກາດຢູ່ທີ່ນີ້ຄືດັ່ງມີ 4 ລະດູ, ຕອນເຊົ້າອາກາດເປັນສີເຢັນໆ, ຕອນທ່ຽງແມ່ນອົບອຸ່ນ, ເມື່ອຕົກແລງມາກໍ່ຈະມີຝົນຝອຍໂດຍບັງເອີນ.
(ພາບ: kinhtemoitruong.vn)
ເກາະ ນາມຢູ
ເມື່ອມາເຂດເກາະ ນາມຢູ, ແຂວງ ກຽນຢາງ, ເພື່ອນສາມາດອາບນ້ຳທະເລຢູ່ ເກາະ ຮ່ອນເມົ໊າ, ຮ່ອນເດິດດໍ…
(
ພາບ: vtc.vn)
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top