• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາພະສົງສຳມະເນນ,ພຸດທະສາສະນິກກະຊົນ ລາວ - ຫວຽດນາມ ສວດມົນພາວະນາ, ໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ

ທ່ານປະທານປະເທດ ເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳ ແມ່ນຄວາມສູນເສຍອັນໃຫຍ່ຫຼວງສຳລັບພະສົງສຳມະເນນ, ພຸດທະສາສະນິກກະຊົນ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ...

ພິທີສວດມົນຢູ່ວັດ ເຟິດຕິກ ຢູ່ ສປປ ລາວ

ຕອນຄ່ຳວັນທີ 23 ກັນຍາ, ຢູ່ວັດ ເຟິດຕິກ ລາວ ທີ່ນະຄອນຫຼວງ ວຽງຈັນ, ພະສົງສຳມະເນນ, ພຸດທະສາສະນິກກະຊົນ, ປະຊາຄົມຊາວ ຫວຽດນາມ ນັບຮ້ອຍໆຄົນທີ່ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກຢູ່ນະຄອນຫຼວງ ວຽງຈັນ ໄດ້ເຂົ້າຮ່ວມພິທີສວດມົນພາວະນາ, ໄວ້ອາໄລເຖິງດວງວີນຍານທ່ານປະທານປະເທດ ເຈິ່ນດ້າຍກວາງ. ທີ່ພິທີ, ພະອາຈານໃຫຍ່ ທິກມິງກວາງ, ເຈົ້າອະທິການ ເຟິດຕິກ, ຢັ້ງຢືນວ່າ: ທ່ານປະທານປະເທດ ເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳ ແມ່ນຄວາມສູນເສຍອັນໃຫຍ່ຫຼວງສຳລັບພະສົງສຳມະເນນ, ພຸດທະສາສະນິກກະຊົນ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ເວົ້າສະເພາະ ແລະ ໃນທົ່ວປະເທດລາວ ເວົ້າລວມ. ໃນບັນຍາກາດເຄັ່ງຂຶມນີ້, ພະສົງສຳມະເນັນ, ພຸດທະສາສະນິກກະຊົນສອງປະເທດລາວ - ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ໄດ້ພ້ອມກັນສວດມົນພາວະນາຂໍໃຫ້ດວງວິນຍານຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ຈົ່ງໄປສູ່ສຸຄະຕິພົບດ້ວຍເຖີດ.

        ພາຍຫຼັງພິທີສວດມົນພາວະນາ, ໄວ້ອາໄລເຖິງດວງວິນຍານທ່ານປະທານປະເທດ ເຈິ່ນດ້າຍກວາງ ແລ້ວ, ບັນດາພະສົງສຳມະເນນ, ພຸດທະສາສະນິກກະຊົນວັດ ເຟິດຕິກ ລາວ ໄດ້ມອບຂອງຂວັນ 350 ພູດໃຫ້ບັນດານັກຮຽນລາວ ທີ່ຖືກຜົນສະທ້ອນຈາກເຫດເຂື່ອນໄຟຟ້າ ເຊປຽນ - ເຊນ້ຳນ້ອຍແຕກ ຢູ່ແຂວງ ອັດຕະປື, ສປປ ລາວ ເມື່ອວັນທີ 23 ກໍລະກົດ ຜ່ານມາ.

(​ແຫຼ່ງຄັດ​ຈາກ VOV)


ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top