• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາຜູ້ເປັນແມ່ຢູ່ແຂວງ ກວ໋າງຫງາຍ ຮັບລ້ຽງເດັກກຳພ້າ

ໂດຍບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ ດ້ວຍວຽກງານລະອຽດທີ່ເຕັມໄປດ້ວຍຄວາມເມດຕາປານີ ຄວາມຮັກແພງມະນຸດ, ມີແມ່ຍິງຫລາຍຄົນຢູ່ບ້ານທຸກຍາກ ໃນແຂວງ ກວ໋າງຫງ໋າຍ ພວມຮັບລ້ຽງເດັກກຳພ້າ. ເຂົາເຈົ້າແມ່ນບັນດາຜູ້ເປັນແມ່, ເປັນເອື້ອຍ, ເປັນບ່ອນອີງທີ່ໝັ້ນແກ່ນຊ່ວຍເດັກກຳພ້າຜ່ານຜ່າຄວາມຫຍຸ້ງຍາກ ສືບຕໍ່ຄວາມໄຝ່ຝັນໄດ້ໄປໂຮງຮຽນ.
  ແມ່ຮັກ ໄປເກັບເຫລັກເສດ, ກະຕຸກກະປ໋ອງ ເພື່ອຫາເງິນດູແລຊ່ວຍເດັກກຳພ້າ.ພາບ:VOV  

ປ້າ ຮີ່ງທິລານ ແລະ ແມ່ຍິງຫລາຍຄົນ ຢູ່ ບ້ານ ກີ່ເຕີນ ຕາແສງ ດຶກເລີ້ຍ ເມືອງໂມ້ດຶກ ແຂວງ ກວ໋າງຫງາຍ ປົກກະຕິຈະເລີ່ມຕົ້ນວັນໃຫມ່ດ້ວຍການເລາະໄປຕາມຖະຫນົນຫົນທາງເກັບເຫລັກເສດ, ເກັບກະຕຸກກະປ໋ອງ ແລ້ວນຳມາໂຮມຢູ່ ເດີ່ນຫໍວັດທະນະທຳ ບ້ານ. ບໍ່ວ່າຝົນຕົກ ຫລື ແດດຮ້ອນເອົ້າກໍຕາມ, ມື້ໃດກໍຄືກັນ ວຽກງານນີ້ໄດ້ຕິດພັນກັບປ້າ ລານ ແລະ ແມ່ຍິງຢູ່ ບ້ານ ກີ່ເຕີນ ມາເປັນເວລາຫລາຍເດືອນແລ້ວ ດ້ວຍຄວາມປາດຖະຫນາກຢາກມີເງິນຕື່ມອີກເພື່ອລ້ຽງດູບັນດາລູກລ້ຽງ. ຍ້ອນມີລາຍຮັບເລັກນ້ອຍ ຈາກການຂາຍເຫລັກເສດ, ກະຕຸກກະປ໋ອງຕ່າງໆ ຂອງບັນດາແມ່ຮັກ ສະນັ້ນ ນ້ອງໆທີ່ປະສົບກັບຄວາມຫຍຸ້ງຍາກຢູ່ທ້ອງຖິ່ນ ໄດ້ມີພະລັງແຮງຕື່ມອີກເພື່ອສືບຕໍ່ໄດ້ໄປໂຮງຮຽນ. ທ່ານນາງ ດິງທິຖູ່ຍລວານ, ປະທານ ສະຫະພັນແມ່ຍິງ ຕາແສງ ດຶກເລີ້ຍ ເມືອງ ໂມ້ດຶກ ແບ່ງປັນວ່າ: ຮູບແບບເກັບເຫລັກເສດຂອງບັນດາແມ່ຮັກ ໄດ້ຮັບຄວາມສະຫນັບສະຫນູນຮ່ວມແຮງຮ່ວມໃຈຊ່ວຍເຫລືອ ແລະ ທະວີຄູນຈາກແມ່ຍິງຫລາຍຄົນໃນຕາແສງ.

ຂ້າພະເຈົ້າມີລູກສອງຄົນແຕ່ມາມື້ນີ້ ເມື່ອໄດ້ຍິນສຽງເອີ້ນວ່າ ແມ່ຈາກນ້ອງນ້ອຍທີ່ບໍ່ແມ່ນລູກຄີງຂອງຕົນ ຂ້າພະເຈົ້າຮູ້ສຶກວ່າຕື້ນຕັນໃຈຫລາຍ ບໍ່ອາດກັ້ນນ້ຳຕາໄວ້ໄດ້ພວກຂ້າພະເຈົ້າຈະພະຍາຍາມຍາດເວລາສືບຕໍ່ເບິ່ງແຍງດູແລພວກຫລານຄືດັ່ງລູກຄີງຂອງຕົນ ເພື່ອໃຫ້ພວກຫລານກາຍເປັນຜູ້ໃຫຍ່ທີ່ເຕີບໂຕຢ່າງສົມບູນ ສາມາດເບິ່ງແຍງດູແລຄອບຄົວເປັນປະໂຫຍດຕໍ່ສັງຄົມ.         

“ຢອດເງິນໃສ່ກະປຸກ, ແບ່ງປັນຄວາມຮັກແພງ” ແມ່ນການເຄື່ອນໄຫວທີີ່ເຕັມໄປດ້ວຍຄວາມໝາຍຂອງບັນດາແມ່ຍິງຢູ່ບ້ານຫາປາທີີ່ທຸກຍາກ ເຈົາທ້ວນບ໋ຽນ ຕາແສງ ບິ່ງເຈົາ ເມືອງ ບິ່ງເຊີນ. ການເຄື່ອນໄຫວນີ້ໄດ້ຮັກສາແຕ່ປີ 2021 ມາຮອດປະຈຸບັນ ເພື່ອມີເງິນຊ່ວຍເດັກກຳພ້າຕື່ມອີກ. ມາຮອດປະຈຸບັນ, ພວກເອື້ອຍ ສະສົມເງິນມາໄດ້ເກືອບ 30 ລ້ານດົ່ງ ຈາກການເຄື່ອນໄຫວດັ່ງກ່າວ ເພື່ອຊື້ອາຫານ, ເຂົ້າສານຫນູນຊວ່ຍເດັກກຳພ້າ. ທ່ານນາງ ຫງວຽນທິງວຽດ ປະທານສະຫະພັນແມ່ຍິງ ຕາແສງ ບີ່ງເຈົາ ເມືອງ ບີ່ງເຊີນ ແຂວງ ກວ໋າງຫງາຍ ໃຫ້ຮູ້ວ່າ: ຮູບແບບນີ້ ພວມໄດ້ທະວີຄູນຢ່າງກວ້າງຂວາງ ຢູ່ 9 ສາຂາສະມາຄົມແມ່ຍິງຂອງ ຕາແສງ ແລະ ຮັບລ້ຽງເດັກກຳພ້າ 11 ຄົນ.

ນອກຈາກຫນູນຊ່ວຍເຂົ້າສານເງິນພວກຂ້າພະເຈົ້າຍັງປະຕິບັດບົດບາດຜູ້ເປັນແມ່ເບິ່ງແຍງດູແລໃຫ້ກຳລັງໃຈລູກໆພວກລູກບໍ່ມີຄອບຄົວເບິ່ງແຍງດູແລລ້ຽງດູໂດຍກົງ ພວກແມ່ກໍຜັດປ່ຽນກັນມາເບິ່ງແຍງດູແລກລູກໆພວກຂ້າພະເຈົ້າໄປຕະຫລາດຊື້ອາຫານມາແຕ່ງກິນໃຫ້ພວກລູກເມື່ອລູກໆບໍ່ມີໂສ້ງເສື້ອນຸ່ງຂາດປື້ມຮຽນພວກແມ່ລ້ວນແຕ່ຊື້ມາໃຫ້ພວກລູກເພື່ອໄປໂຮງຮຽນ.

  ເງິນພວກແມ່ຮັກເກັບມາໄດ້ຈາກ ຢອດເງິນໃສ່ກະປຸກ ເພື່ອຫນູນຊ່ວຍເດັກກຳພ້າ.ພາບ:VOV  

ໂຄງການ “ແມ່ຮັກ” ໂດຍສູນກາງສະຫະພັນແມ່ຍິງ ຫວຽດນາມ ປຸກລະດົມ ມາຮອດປະຈຸບັນ ໄດ້ຮັບການຕອບສະຫນອງຢ່າງແຮງຈາກສະມາຄົມແມ່ຍິງບັນດາຂັ້ນໃນແຂວງ ກວ໋າງຫງ໋າຍ. ມີເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດ ກວ່າ 350 ຄົນ ໄດ້ຮັບການຫນູນຊ່ວຍ, ລ້ຽງດູຈາກສະມາຄົມແມ່ຍິງບັນດາຂັ້ນຢູ່ ແຂວງ ກວ໋າງຫງາຍ, ໃນນັ້ນ ມີ 20 ຄົນແມ່ນເດັກກຳພ້າຍ້ອນພໍ່, ແມ່ເສຍຊີວິດຍ້ອນຕິດໂຄວິດ. ທ່ານນາງ ຮີ່ງທິເຊືອງ, ຮອງປະທານສະມາຄົມແມ່ຍິງ ຫວຽດນາມ ແຂວງກວ໋າງຫງ່າຍ ໃຫ້ຮູ້ວ່າ: ມີເດັກກຳພ້າກວ່າ 1.500 ຄົນ ປະສົບກັບຄວາມຫຍຸ້ງຍາກຢູ່ ບໍລິເວນແຂວງ ພວມຕ້ອງການການຮ່ວມແຮງຮ່ວມໃຈຊ່ວຍເຫລືອຈາກທົ່ວສັງຄົມ.

ໃນໄລຍະຈະມາເຖິງ ພວກຂ້າພະເຈົ້າຈະສືບຕໍ່ຮຽກຮ້ອງຂົນຂວາຍ ດ້ວຍວິທີການທະວີຄູນຮູບແບບທີ່ດີມີປະສິດທິຜົນເພື່ອໃຫ້ມີແຫລ່ງລາຍຮັບເປັນປົກກະຕິສືບຕໍ່ຮັບລ້ຽງເດັກກຳພ້າຕື່ມອີກພວກຂ້າພະເຈົ້າປາດຖະຫນາຢາກໃຫ້ເດັກກຳພ້າທີ່ປະສົບກັບຄວາມຫຍຸ້ງຍາກທັງໝົດໄດ້ຮັບການຊ່ວຍເຫລືອລ້ຽງດູເພື່ອໃຫ້ລູກໆມີເງື່ອນໄຂສືບຕໍ່ເສັ້ນທາງຮ່ຳຮຽນຂອງຕົນ.

ບໍ່ພຽງແຕ່ເບິ່ງແຍງດູແລໃຫ້ພວກນ້ອງນອ້ຍ, ບັນດາຜູ້ເປັນແມ່ຮັກຍັງເຂົ້າຮ່ວມການຕິດຕາມປະຕິບັດນະໂຍບາຍທີ່ກ່ຽວຂ້ອງເຖິງເດັກກຳພ້າຢູ່ ທ້ອງຖິ່ນ. ພ້ອມກັນນັ້ນ ກໍຫນູນຊ່ວຍ, ແນະນຳໃຫ້ພວກນ້ອງ ແລະ ຄອບຄົວຮັບປະກັນຄວາມປອດໄພໃນການຕ້ານການທາລຸນເດັກໃນຄອບຄົວ ແລະ ວົງຄະນາຍາດ. ຄວາມຮັກແພງ ແລະ ການແບ່ງປັນຕໍ່ກັບຜູ້ປະສົບກັບຄວາມຫຍຸ້ງຍາກໄດ້ເຮັດໃຫ້ການເຄື່ອນໄຫວຂອງເອື້ອຍນ້ອງແມ່ຍິງໃນແຂວງ ກວ໋າງຫງາຍ ຍີ່ງມີຄວາມໝາຍຂຶ້ນອີກ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top