ຊຸດປື້ມ: ວາງວ້ອງເລີ່ຍນອນເນືອກ ລວມມີ 12 ພາກ ໂດຍຄັດສະເຫນີບັນດາປະໂຫຍກ, ຄຳເວົ້າທີ່ີມີຄວາມໝາຍ ເຂົ້າໃຈງ່າຍ ແລະ ໄດ້ໃຈປະຊາຊົນຂອງປະທານໂຮ່ຈີມິນ .
ປຶ້ມ: “ບາງບັນຫາທິດສະດີ, ພຶດຕິກຳຕົວຈິງແຫ່ງເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ” ແມ່ນຜະລິດຕະພັນເຕົ້າໂຮມ 29 ບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ສະຫລຸບບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ, ບັນດາບົດຮຽນຜ່ານກວ່າໄລຍະ 35 ປີແຫ່ງການປ່ຽນແປງໃຫມ່ຂອງປະເທດຊາດ, ສ້າງສາສັງຄົມນິຍົມຢູ່ ຫວຽດນາມ ເພື່ອແນໃສ່ປຸກລຸກ ແລະ ເສີມຂະຫຍາຍຄວາມຄາດຫວັງພັດທະນາປະເທດຊາດໃນໄລຍະປະຈຸບັນ. ໃນບົດກ່າວປາໄສເມື່ອມອບປຶ້ມຫົວນີ້ໃຫ້ແກ່ພະນັກງານ, ນັກຮົບຢູ່ເກາະ ຊອງຕື໋ໄຕ, ທ່ານ ລ້າຍຊວນມົນ, ຮອງຫົວຫນ້າຄະນະປະຈຳການ ຄະນະໂຄສະນາສຶກສາສູນກາງ ໄດ້ຊີ້ແຈງວ່າ:
ໃນຂະນະນັ້ນ, ເນື້ອໃນປຶ້ມ “ເດັດດ່ຽວ, ຢຶດໝັ້ນຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້, ປະກອບສ່ວນກໍ່ສ້າງພັກ ແລະ ລັດຫວຽດນາມ ໃຫ້ນັບມື້ນັບປອດໃສ, ໝັ້ນຄົງເຂັ້ມແຂງ” ແມ່ນສັງເຂບໂດຍຫຍໍ້ບັນດາບັນຫາທີ່ມີລັກສະນະທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ຢູ່ ຫວຽດນາມ. ຂຶ້ນກ່າວປາໄສເມື່ອມອບປຶ້ມໃຫ້ພະນັກງານ, ນັກຮົບຮ້ານຍາມ DK1, ທ່ານ ຫງວຽນທາຍຫອກ, ຮອງຫົວຫນ້າ ຄະນະບັນຫາການເມືອງພາຍໃນ ຂອງສູນກາງ ໄດ້ຊີ້ແຈ້ງວ່າ: “ປຶ້ມຫົວນີ້ ປະຈຸບັນ ພະນັກງານ, ສະມາຊິກພັກ, ປະຊາຊົນໃນທົ່ວປະເທດພວມຊອກຮູ້, ຮ່ຳຮຽນ ແລະຊາບຊຶມແນວຄິດການຕໍ່ສູ້ປ້ອງກັນຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ. ແລະພວກຂ້າພະເຈົ້າຢາກນຳເອົາປຶ້ມຫົວນີ້ມາໃຫ້ພະນັກງານ, ນັບຮົບຢູ່ຮ້ານຍາມ DK1 ດ້ວຍຄວາມປາດຖະຫນາຢາກໃຫ້ບັນດາສະຫາຍ ມີເງື່ອນໄຂໄດ້ຄົ້ນຄ້ວາ, ຮັບເອົາແນວຄິດຊີ້ນຳຂອງທ່ານເລຂາທິການໃຫຍ່ເພື່ອເຮັດສຳເລັດຫນ້າທີ່ການງານຂອງຕົນໃຫ້ເປັນຢ່າງດີ”.
ພັນຕີ ເຈີນວັນຈິ່ງ, ພະນັກງານການເມືອງ ກົມກອງຢູ່ ເກາະຊີງໂຕນ ໃຫ້ຮູ້ວ່າ:
“ຄະນະປະຕິບັດງານເລກ 3 ໄດ້ໄປຢ້ຽມຢາມ ແລະ ສະຫງວນຄວາມຮັກແພງໃຫ້ພະນັກງານ, ນັກຮົບຢູ່ເກາະ, ໃນນັ້ນ ຂອງຂວັນດ້ານຈິດໃຈມີຄວາມໝາຍພິເສດແມ່ນປຶ້ມຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະຊາບຊຶມ, ສຶກສາໃຫ້ພະນັກງານ, ນັກຮົບ ແລະ ກຳລັງຢູ່ເກາະທັງໝົດ ກ່ຽວກັບເນື້ອໃນ, ຄວາມໝາຍຂອງປຶ້ມຫົວນີ້”.
ໃນການມອບບັນດາປຶ້ມທີ່ມີຄວາມໝາຍ, ມີຄຸນຄ່ານັບທັງທິດສະດີ ແລະ ພຶດຕິກຳຕົວຈິງໃຫ້ພະນັກງານ, ນັກຮົບທະຫານເຮືອເຂດ 4 ແລະ ບັນດາເກາະ, ຮ້ານຍາມ, ຄະນະປະຕິບັດງານປາດຖະຫນາຢາກໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນໃນເກາະ, ຮ້ານຍາມ ສືບຕໍ່ຊາບຊຶມປະຕິບັດບັນດາມະຕິຂອງສູນກາງ, ເດັດດ່ຽວ, ຢຶດໝັ້ນໝູນໃຊ້ລັດທິ ມາກ -ເລນິນ ແນວຄິດໂຮ່ຈີມິນ ກ່ຽວກັບເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງຫວຽດນາມ ຢ່າງມີຫົວຄິດປະດິດສ້າງ, ປະຕິບັດກິດຈະການຕໍ່ສູ້ປ້ອງກັນຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້, ປະກອບສ່ວນກໍ່ສ້າງພັກ ແລະ ລັດ ຫວຽດນາມ ໃຫ້ນັບມື້ນັບປອດໃສ, ໝັ້ນຄົງເຂັ້ມແຂງ ແລະປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດໃຫ້ໝັ້ນຄົງເຂັ້ມແຂງ.