• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາປະເທດ ໃນພາກພື້ນ ແມ່ນ້ຳຂອງ - ລ້ານຊ້າງ ປຶກສາຫາລືກ່ຽວກັບການຮ່ວມມືພັດທະນາ

      ໃນລະຫວ່າງ ວັນທີ 27 -28 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ເວທີປາໄສ ແມ່ນ້ຳຂອງ - ລ້ານຊ້າງ ກ່ຽວກັບການພັດທະນາ ດ້ານເຕັກໂນໂລຢີຖະແຫຼງຂ່າວ ແລະ ການສື່ສານແບບຍືນຍົງ (ICT)”, ໂດຍມີການເຂົ້າຮ່ວມຂອງບັນດາຄະນະຜູ້ແທນ ລາວ, ກຳປູເຈຍ, ຈີນ, ມຽນມາ, ໄທ ແລະ ຫວຽດນາມ. 

ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ເວທີປາໄສ ແມ່ນ້ຳຂອງ - ລ້ານຊ້າງ ກ່ຽວກັບການພັດທະນາ ດ້ານເຕັກໂນໂລຢີຖະແຫຼງຂ່າວ ແລະ ການສື່ສານແບບຍືນຍົງ (ICT)”ໄດ້ໄຂຂຶ້ນຢູ່ ວຽງຈັນຢ່າງເປັນທາງການ (ພາບ: TTXVN) 
      ກ່າວຄຳເຫັນທີ່ພິທີເປີດໃນວັນທີ 27 ມິຖຸນາ, ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ກະຊວງໄປສະນີ  ໂທລະຄົມມະນາຄົມ  ແລະ ການສື່ສານ ລາວ ຢັ້ງຢືນວ່າ: ດ້ວຍລະດັບການເຕີບໂຕຢ່າງໄວວາ ແລະ ໃນສະໄໝເສດຖະກິດ ດີຈີຕອນປັດຈຸບັນ, ICT ແລະ ເຕັກໂນໂລຢີຈະສວມບົດບາດສຳຄັນໃນການພັດທະນາເສດຖະກິດ - ສັງຄົມຢູ່ແຕ່ລະປະເທດ. ທ່ານ ທອງໃສ ຊານໄຊຍະ ໄດ້ສະແດງຄວາມຫວັງວ່າ ບັນດາປະເທດໃນພາກພື້ນຈະເພີ່ມທະວີການຮ່ວມມືໃນຂອບເຂດການຮ່ວມມື ແມ່ນ້ຳຂອງ - ລ້ານຊ້າງ ໃຫ້ຫຼາຍກ່ວາອີກເພື່ອບັນລຸໄດ້ບັນດາຜົນງານໃນການພັດທະນາແບບຍືນຍົງ, ຮອບດ້ານ ຢູ່ພາກພື້ນໃນຂົງເຂດ ICT, ປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຊາດ.
        ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານ ແລະ ຜູ້ຕາງໜ້າບັນດາປະເທດໄດ້ແບ່ງປັນບັນດາບົດຮຽນໃນການສ້າງນະໂຍບາຍ, ຮ່າງກົດໝາຍວ່າດ້ວຍເຕັກໂນໂລຢີ, ໃນນັ້ນໄດ້ເຕື້ອງເຖິງວິທີການນຳໃຊ້ ICT ຢູ່ແຕ່ປະເທດ, ບັນດາແຜນການ ແລະ ການຊີ້ນຳຂອງແຕ່ລະປະເທດໃນບັນດາຂົງເຂດທີ່ກ່ຽວຂ້ອງເຖິງການພັດທະນາແບບຍືນຍົງ, ເສດຖະກິດດີຈີຕອນ ແລະ ການຫັນປ່ຽນເຕັກນິກດີຈີຕອນ. 
 (ແຫຼ່ງຄັດຈາກ VOV)
 
 
 

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວູ​ຫ໋າຍກວນ ໃຫ້​ຮູ້​ວ່າ ຫົວ​ຂໍ້ “ພັດ​ທະ​ນາ​ການ​ເຊື່ອມ​ຕໍ່​ແບບ​ອັດ​ສະ​ລິ​ຍະ, ຄຸ້ມ​ຄອງ AI, ສ້າງ​ສັນ​ການ​ຫັນ​ເປັນ​ AI” ສ່ອງ​ແສງ​ສາມ​ບຸ​ລິ​ມະ​ສິດ​ທີ່​ມີ​ການ​ເຊື່ອມ​ຕໍ່​ ນຳ​ກັນ ຢ່າງ​ແໜ້ນ​ແຟ້ນ.

Top