ຕາມຂໍ້ຕົກລົງໃນ 5 ປີຈະມາເຖິງ, 2 ຝ່າຍຈະສົມທົບກັນເຮັດວຽກ ໂດຍຜ່ານບັນດາການເຄື່ອນໄຫວພັດທະນາ ແລະ ຄຸ້ມຄອງຊັບພະຍາກອນນ້ຳ ແລະ ບັນດາຊັບພະຍາກອນທີ່ກ່ຽວຂ້ອງ ເພື່ອພ້ອມກັນຊຸກຍູ້ການພັດທະນາເສດຖະກິດ ແລະ ສັງຄົມແບບຍືນຍົງຂອງບັນດາປະເທດພາກພື້ນແມ່ນ້ຳຂອງ.

ບັນດາປະເທດ ແມ່ຂອງ - ລ້ານຊ້າງ ເພີ່ມທະວີການຮ່ວມມືເພື່ອການພັດທະນາແບບຍືນຍົງ (ພາບ: ຫວຽດນາມ+)
ພາຍຫລັງພິທີລົງນາມ, 2 ຝ່າຍໄດ້ເຫັນດີເປັນເອກະພາບດຳເນີນການຄົ້ນຄວ້າຮ່ວມກັນກ່ຽວກັບສະພາບການໄພແຫ້ງແລ້ງ ແລະ ປະລິມານນ້ຳຕ່ຳປີ 2019 ຢູ່ຍ່ານລຸ່ມ ແລະ ຍ່ານເໜືອແມ່ນ້ຳຂອງ. ຕາມນັ້ນແລ້ວ, ຈະເລີ່ມຕົ້ນປະຕິບັດແຜນການແມ່ນແຕ່ເດືອນ ມັງກອນ ແລະ ຄາດວ່າ ຈະສຳເລັດໃນເດືອນ ກັນຍາ 2020. ຈຸດປະສົງຂອງການຄົ້ນຄວ້າ ແມ່ນກຳນົດສາເຫດ ແລະ ຜົນກະທົບຂອງໄພແຫ້ງແລ້ງ ແລະ ປະລິມານກະແສນ້ຳໄຫຼຕ່ຳໃນປີ 2019.
(ແຫຼ່ງຄັດຈາກ VOV)