• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາປະເທດ ອາຊຽນ ໃຫ້ຄຳໝັ້ນສັນຍາຮ່ວມມືກັນເພື່ອການຮັບປະກັນເສດຖະກິດພາກພື້ນເປັນປົກກະຕິ

AFMGM ຄັ້ງທີ 2 ປີ 2023 ເພື່ອແນໃສ່ຕິດຕາມ ແລະ ອັບເດດຄວາມຄືບໜ້າໃນການປະຕິບັດບັນດາເນື້ອໃນເສດຖະກິດບຸລິມະສິດ (PED) ແລະ ປຶກສາຫາລືຫຼາຍບັນຫາເຊິ່ງບັນດາປະເທດສະມາຊິກ ອາຊຽນ ມີຄວາມສົນໃຈ.
ກອງປະຊຸມ ຈັດຂຶ້ນແຕ່ວັນທີ 22-25 ສິງຫາ, ຢູ່ ກາຈາຕາ, ປະເທດ ອິນໂດເນເຊຍ (ພາບ: Antara)

ໂດຍສືບຕໍ່ກອງປະຊຸມລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ (AFMGM) ເມື່ອເດືອນ ມີນາ 2023 ຢູ່ເກາະ ບາລີ, AFMGM ຄັ້ງທີ 2 ປີ 2023 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຈັດຂຶ້ນແຕ່ວັນທີ 22-25 ສິງຫາ, ຢູ່ ກາຈາຕາ, ປະເທດ ອິນໂດເນເຊຍ, ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາ ແລະ ການຮ່ວມມື ເພື່ອແນໃສ່ຮັກສາເສດຖະກິດພາກພື້ນເປັນປົກກະຕິ. ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ທີ່ມາຈາກ 9 ປະເທດ ອາຊຽນ, ລວມມີ: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ, ພ້ອມກັບຜູ້ຕາງໜ້າ ຕີມໍແລດສເຕ ດ້ວຍຖານະເປັນນັກສັງເກດການ.

AFMGM ຄັ້ງທີ 2 ປີ 2023 ເພື່ອແນໃສ່ຕິດຕາມ ແລະ ອັບເດດຄວາມຄືບໜ້າໃນການປະຕິບັດບັນດາເນື້ອໃນເສດຖະກິດບຸລິມະສິດ (PED) ແລະ ປຶກສາຫາລືຫຼາຍບັນຫາເຊິ່ງບັນດາປະເທດສະມາຊິກ ອາຊຽນ ມີຄວາມສົນໃຈ. ກອງປະຊຸມໄດ້ສຸມໃສ່ບາງໂຄງການດຳເນີນງານທາງການ, ຄື: ອັບເດດນະໂຍບາຍກ່ຽວກັບການອຸປະຖຳພື້ນຖານໂຄງລ່າງ ແລະ ສົ່ງເສີມການເງິນແບບຍືນຍົງ. ຄາດວ່າ, ກອງປະຊຸມຈະຮັບຮອງເອົາຖະແຫຼງການຮ່ວມຂັ້ນລັດຖະມົນຕີ (JMS).

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ຢູ່​ລະ​ດັບ​ຍຸດ​ທະ​ສາດ, ການ​ຢ້ຽມ​ຢາມໄດ້​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ສືບ​ຕໍ່​ຫັນ​ເປັນ​ລະ​ອຽດ ແລະ ນຳ​ເນື້ອ​ໃນຫຸ້ນ​ສ່ວນ​ຍຸດ​ທ​ະ​ສາດ ກາຍ​ເປັນ​ການ​ກຳ​ນົດ​ທິດ​ລຸ​ລ່ວງ​ໃນ​ການ​ການ​ພົວ​ພັນ ຫວຽດ​ນາມ - ລາວ.

Top