• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາປະເທດ ອາຊຽນ ແລະ ອີຢູ ຕັ້ງໜ້າຍູ້ແຮງການຮ່ວມມືຢ່າງແໜ້ນແຟ້ນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19

      ວັນທີ 20 ມີນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ, ດ້ວຍບົດບາດເປັນປະທານ ອາຊຽນ 2020 ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍຂັ້ນລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ອີຢູ ກ່ຽວກັບການຮ່ວມມືຮັບມືກັບໂລກລະບາດ Covid-19.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ (ພາບ: VGP)
      ກອງປະຊຸມເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ ແລະ ອີຢູ, ເຊິ່ງແມ່ນ 2 ອົງການຈັດຕັ້ງພາກພື້ນແຖວໜ້າ, ໃນການສົມທົບກັນຮັບມືກັບໂລກພະຍາດພວມແຜ່ລະບາດຢ່າງແຮງໃນໂລກ. 2 ຝ່າຍກໍ່ໄດ້ແບ່ງປັນຂໍ້ມູນກ່ຽວກັບສະພາບການ, ບັນດາມາດຕະການທີ່ພວມ ຜັນຂະຫຍາຍຂອງແຕ່ລະຝ່າຍ ເພື່ອຄວບຄຸມ, ສະກັດກັ້ນໂລກລະບາດ Covid-19. ບັນດາປະເທດ ອາຊຽນ ແລະ ອີຢູ ຢັ້ງຢືນເຖິງ ນ້ຳໃຈສາມັກຄີກັນ, ຈະຕັ້ງໜ້າຍູ້ແຮງການຮ່ວມມືຢ່າງແໜ້ນແຟ້ນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ; ມານະພະຍາຍາມຮັກສາການພົວພັນແລກປ່ຽນດ້ານການຄ້າ, ການລົງທຶນ, ຄິດໄລ່ເຖິງບັນດາມາດຕະການໄລຍະຍາວ ເພື່ອຟື້ນຟູການພັດທະນາເສດຖະກິດ…
        ໃນບົດບາດເປັນປະທານ ອາຊຽນ 2020, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ແຈ້ງໃຫ້ຊາບກ່ຽວກັບຄວາມມານະພະຍາຍາມໃນການຮັບມືຢ່າງເປັນເຈົ້າການ, ທັນການຂອງ ອາຊຽນ ເມື່ອໂລກລະບາດເກີດຂຶ້ນຕາມເນື້ອໃນຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ຂອງ ອາຊຽນ 2020. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ຢັ້ງຢືນວ່າ: ຫວຽດນາມ ຈະສືບຕໍ່ຍູ້ແຮງການຮ່ວມຢ່າງແໜ້ນແຟ້ນກັບບັນດາປະເທດ ອາຊຽນ, ບັນດາຄູ່ຮ່ວມມືຂອງ ອາຊຽນ, ອົງການອະນາໄມໂລກ ແລະ ປະຊາຄົມສາກົນ ແນໃສ່ຍູ້ໂລກລະບາດ Covid-19 ໃຫ້ຖອຍໄປ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີຄວາມສະຫງົບສຸກ ແລະ ພັດທະນາເປັນປົກກະຕິຂອງບັນດາປະເທດ.
 (ແຫຼ່ງຄັດຈາກ VOV)

ອິນເຕີແນັດດາວທຽມ Starlink ໄດ້ຮັບໃບອະນຸຍາດເຄື່ອນໄຫວຢູ່ ຫວຽດນາມ ຢ່າງເປັນທາງການ

ອິນເຕີແນັດດາວທຽມ Starlink ໄດ້ຮັບໃບອະນຸຍາດເຄື່ອນໄຫວຢູ່ ຫວຽດນາມ ຢ່າງເປັນທາງການ

ຕາມຂໍ້ມູນຈາກກົມຄວາມຖີ່ວິທະຍຸໂທລະພາບເອເລັກໂຕນິກ ທີ່ປະກາດໃນວັນທີ 14 ກຸມພາ ແລ້ວ, ໃນໄລຍະທຳອິດ, Starlink Services ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍທີ່ສຸດແມ່ນ 600.000 ເຄື່ອງອຸປະກອນຢູ່ ຫວຽດນາມ ແລະ ເຄົາລົບຂໍ້ກຳນົດດ້ານກົດໝາຍຢ່າງຄົບຖ້ວນ.

Top