• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາປະເທດໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຢ່າງແທ້ຈິງ

      ຕອນເຊົ້າວັນທີ 19 ພະຈິກ, ກະຊວງການປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມອອນລາຍ ເຈົ້າໜ້າທີ່ອາວຸໂສການປ້ອງກັນຊາດ ບັນດາປະເທດ ອາຊຽນ ເປີດກ້ວາງ ( ADSOM+). 

ກອງປະຊຸມອອນລາຍ ເຈົ້າໜ້າທີ່ອາວຸໂສການປ້ອງກັນຊາດ ບັນດາປະເທດ ອາຊຽນ ເປີດກ້ວາງ
(ADSOM+)
      ທ່ານ ພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ ADSOM+ ຂອງ ຫວຽດນາມ ໄດ້ເປັນປະທານກອງປະຊຸມດ້ວຍການເຂົ້າຮ່ວມຂອງ ຫົວໜ້າ ADSOM+ ບັນດາປະເທດອາຊຽນ, ບັນດາປະເທດຄູ່ຮ່ວມມື.
            ໂດຍເປັນປະທານ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ເນັ້ນໜັກເຖິງຄວາມຕັດສິນໃຈຂອງ ບັນດາປະເທດອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືວ່າ ເຖິງວ່າ ໄດ້ຮັບຜົນກະທົບຈາກໂລກລະບາດໂຄວິດ - 19 ກໍ່ຕາມ ແຕ່ ການຮ່ວມມືດ້ານປ້ອງກັນຊາດ ຈະບໍ່ຖືກຢຸກສະຫງັກ. ທ່ານພົນໂທ ຫງວຽນຈີ໊ວິ້ງ ໃຫ້ຮູ້ວ່າ:
            ກ່ອນຈັດກອງປະຊຸມນີ້, ບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມື ໄດ້ຈັດຕັ້ງບັນດາກອງປະຊຸມສຳຄັນທີ່ສຸດ, ນັ້ນແມ່ນ ກອງປະຊຸມສຸດຍອດອາຊຽນຄັ້ງທີ 37, ກອງປະຊຸມສຸດຍອດ ອາຊີຕາເວັນອອກ ແລະ ບາງກອງປະຊຸມອື່ນໆ. ຂ້າພະເຈົ້າຫວັງວ່າ, ກອງປະຊຸມຄັ້ງນີ້ ຈະຊ່ວຍໃຫ້ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນເປີດກ້ວາງປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນໂຄງການຂອງບັນດາປະເທດອາຊຽນ ກໍ່ຄືບັນດາປະເທດຄູ່ຮ່ວມມືໃນປີ 2020.
            ຢູ່ກອງປະຊຸມ, ຜູ້ຕາງໜ້າບັນດາປະເທດ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ບົດບາດປະສານງານຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020 ໄດ້ຈັດຕັ້ງສຳເລັດບັນດາກອງປະຊຸມ ສຳຄັນໃນປີ ກໍ່ຄື ກອງປະຊຸມ ADSOM+ ອອນລາຍຄັ້ງນີ້.
 (ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top