• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາປະເທດອາຊຽນຮັບຮອງເອົາແຜນການກະທຳຕ້ານການກໍ່ການຮ້າຍ

      ວັນທີ 01 ພະຈິກ, ກອງປະຊຸມລັດຖະມົນຕີອາຊຽນ ຄັ້ງທີ 12 ກ່ຽວກັບອາດຊະຍາກຳຂ້າມຊາດ (AMMTC) ໄດ້ສິ້ນສຸດລົງ ຢູ່ນະຄອນຫຼວງ Nay Pyi Taw, ປະເທດມຽນມາ, ບັນດາປະເທດສະມາຊິກອາຊຽນ ໄດ້ເຫັນດີເປັນເອກະພາບນຳກັນຮັບຮອງເອົາແຜນການກະທຳຕ້ານການກໍ່ການຮ້າຍ.
      ຕາມບົດລາຍງານສິ້ນສຸດກອງປະຊຸມ, ບັນດາປະເທດອາຊຽນ ໄດ້ຮັບຮອງເອົາແຜນການກະທຳ (2018 - 2025) ຂອງອາຊຽນ ເພື່ອແນໃສ່ສະກັດກັ້ນ ແລະ ລົບລ້າງການຟື້ນຕົວຂອງລັດທິກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງ. ກ່ຽວຂ້ອງເຖິງບັນຫາດັ່ງກ່າວ, ອາຊຽນ ໄດ້ເປັນເອກະພາບຍົກອອກການປຶກສາຫາລືບັນດາແຜນຮ່າງເພີ່ມເຕີມໃນກອງປະຊຸມຂັ້ນສູງກ່ຽວກັບການຕ້ານອາດຊະຍາກຳຂ້າມຊາດ (SOMTC) ຄັ້ງທີ 19, ຄາດວ່າຈະດຳເນີນຢູ່ມຽນມາ ໃນປີ 2019.
        ທີ່ກອງປະຊຸມ AMMTC + 3 (ອາຊຽນ ກັບຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຄັ້ງທີ 9 ເຊິ່ງດຳເນີນໃນວັນດຽວກັນ, ບັນດາຝ່າຍກໍ່ເຫັນດີນຳກັນວ່າ ອາຊຽນ ຈະສືບຕໍ່ຮ່ວມມືກັບ 3 ປະເທດຄູ່ຮ່ວມມືເຈລະຈາເພື່ອແນໃສ່ລົບລ້າງບັນດາອາດຊະຍາກຳຂ້າມຊາດ, ລວມທັງກໍ່ການຮ້າຍ, ອາຊະຍາກຳທາງອິນເຕີເນັດ ແລະ ຄ້າຂາຍມະນຸດ. ກອງປະຊຸມໄດ້ຮັບຮອງເອົາເລື່ອງຍື່ນສະເໜີຕໍ່ຄະນະເລຂາອາຊຽນ ຂໍ້ສະເໜີຂອງສ.ເກົາຫຼີ ກ່ຽວກັບການເພີ່ມທະວີກຳລັງຄວາມສາມາດທາງອີນເຕີເນັດປີ 2019, ຜ່ານນັ້ນຮັບເອົາຄຳເຫັນປະກອບຂອງບັນດາປະເທດສະມາຊິກ.
 (ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top