• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາປະເທດອາຊຽນຈະຍູ້ແຮງການຮ່ວມມືພັດທະນາການທ່ອງທ່ຽວກ່ຳປັ່ນທະເລ

ກອງ​ປະ​ຊຸມ​ຂ່າວເວ​ທີ​ປາ​ໄສ​ທ່ອງ​ທ່ຽວ​ອາ​ຊຽນ ຄັ້ງ​ທີ 36 (ATF 2017)
(ພາບ: vietnamplus.vn)
      ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ຈະ​ຍູ້​ແຮງ​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ກ່ຳ​ປັ່ນ​ທະ​ເລ ດ້ວຍ​ຄາດ​ໝາຍ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽ​ວ 4,5 ລ້ານ​ເທື່ອ​ຄົນ ໃນ​ປີ 2035. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ຕົ້ນ​ຕໍ່​ທີ່​ໄດ້​ຍົກ​ອອກ​ມາ ​ໃນ​ຖະ​ແຫຼງ​ການ​ຮ່ວມ​ຂອງ​ເວ​ທີ​ປາ​ໄສ​ທ່ອງ​ທ່ຽວ​ອາ​ຊຽນ ຄັ້ງ​ທີ 36 (ATF 2017) ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 16 – 20/01, ຢູ່​ສິງ​ກະ​ໂປ. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ສິງ​ກະ​ໂປ S.Iswaran ເນັ້ນ​ໜັກ​ວ່າ, ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່​ຫຼວງ​ເພື່ອ​ພັດ​ທະ​ນາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ທ່ອງ​ທ່ຽ​ວ​ເວົ້າ​ລວມ, ພິ​ເສດ​ແມ່ນ​ທ່ອງ​ທ່ຽວ​ດ້ານ​ກ່ຳ​ປັ່ນ​ທະ​ເລ. ຕາມນັ້ນ​ແລ້ວ, ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ຈະ​ສຸມ​ໃສ່​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ປັບ​ປຸງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ຝັ່ງ ແລະ ບ​ຳ​ລຸງ​ສ້າງ​ແຫຼ່​ງ​ຊັບ​ພະ​ຍ​າ​ກອນ​ມະ​ນຸດ​ເພື່ອ​ຕ້ອບ​ສະ​ໜອງ​ໃຫ້​ຂະ​ແໜງ​ທ່ອງ​ທ່ຽ​ວ​ກ່ຳ​ປັ່ນ​ທະ​ເລ. ທ່ານ​ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ ຮ່າ​ວັນ​ຊຽວ ໃຫ້​ຮູ້​ວ່າ, ຫວຽດ​ນາມ ກໍ​ມ​ີ​ແຜນ​ການ​ລົງ​ທຶນ, ເປີ​ດກວ້າງ ແລະ ສ້າງ​ສຳ​ເລັດ​ບັນ​ດາ​ທ່າ​ກ່ຳ​ປັ່ນ​ນ້ຳ​ເລິກ ເພື່ອ​ສາ​ມາດ​ຕ້ອນ​ຮັບ​ບັນ​ດາ​ກ່ຳ​ປັ່ນ​ລຳ​ໃ​ຫຍ່​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ 3.000 ຄົນ, ກໍ​ຄື​ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ສະ​ເພາະ​ໃຫ້​ບັນ​ດາ​ເປົ້າ​ໝາຍ​ດັ່ງ​ກ່າວ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top