# ພາຍຫຼັງການແຂ່ງຂັນທີ່ເຮັດໃຫ້ ແອັດສະປາຍ ຕ້ອງແບ່ງຄະແນນເປັນເວລາ 6 ວັນ, ທິບບານເຕະ Cape Verde ສືບຕໍ່ສ້າງຄວາມປະທັບໃຈເມື່ອແຂ່ງຂັນສະເໝີກັນ 2 ປະຕູຕໍ່ 2 ກັບ ອູຣູກວາຍ ຢູ່ນັດແຂ່ງຂັນຮອບ 2 ສາຍ H World Cup 2026, ຈັດຂຶ້ນໃນຕອນເຊົ້າວັນທີ 22 ມິຖຸນາ. ຢູ່ສະໜາມກິລາ Hard Rock, ນະຄອນ Miami, ລັດ Florida, ອາເມລິກາ, ທິນບານເຕະ Cape Verde ໄດ້ຍິງເຂົ້າປະຕູລູກທຳອິດຂອງເຂົາເຈົ້າຢູ່ World Cup 2026. ຕາມການຕີລາຄາຂອງເວັບໄຊສະຖິຕິ Opta, ໃນການແຂ່ງຂັນນັດສຸດທ້າຍກັບທິມບານເຕະ ຊະອຸດີ ອາຣັບເບຍ, ທິນບານເຕະ Cape Verde ມີ 67% ໂອກາດເພື່ອລອດເຂົ້າຮອບ 1/16.
# ໄຊຊະນະ 4 ປະຕູຕໍ່ 0 ຂອງ ຍີ່ປຸ່ນ ຕໍ່ Tunisia ໃນຮອບທີ 2 ສາຍ F ຈັດຂຶ້ນໃນວັນທີ 20 ມິຖຸນາ ເປັນຄັ້ງທຳອິດມີທິບບານເຕະ ອາຊີ ຍິງເຂົ້າປະຕູ 4 ລູກໃນນັດແຂ່ງຂັນໜຶ່ງຢູ່ World Cup. ກ່ອນໜ້ານັ້ນ, ຜົນງານດີສຸດຂອງບັນດາທິມບານເຕະຂຶ້ນກັບສະຫະພັນບານເຕະ ອາຊີ (AFC) ໃນນັກແຂ່ງຂັນໜຶ່ງຂອງ World Cup ພຽງແຕ່ຍິງເຂົ້າປະຕູ 3 ຄັ້ງ.






