• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາທ້ອງຖິ່ນ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

      ໂດຍໄດ້ຮັບຄຳເຊີນຂອງທ່ານ ສິນລາວົງ ຄຸດໄພທູນ ເລຂາຄະນະພັກນະຄອນ, ເຈົ້າຄອງນະຄອນຫລວງ ວຽງຈັນ, ລາວ, ວັນທີ 21 ມັງກອນ, ຄະນະຜູ້ແທນຂັ້ນສູງນະຄອນ ໂຮ່ຈີມິນ ໂດຍທ່ານ ຫງວຽນທ້ຽນເຍີນ ເລຂາຄະນະພັກນະຄອນ ໂຮ່ຈີມິນ ນຳໜ້າ ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ.
ຕອນບ່າຍວັນທີ 22 ມັງກອນ, ຄະນະຜູ້ແທນຂັ້ນສູງນະຄອນ ໂຮ່ຈີມິນ ເຈລະຈາກັບຄະນະຜູ້ແທນຂັ້ນສູງນະຄອນຫລວງ ວຽງຈັນ. ພາຍຫລັງການພົບປະເຈລະຈາ ໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳສ້າງຕັ້ງສາຍພົວພັນມິດຕະພາບການຮ່ວມມືລະຫວ່າງເມືອງ 5 (ນະຄອນ ໂຮ່ຈີມິນ) ແລະ ເມືອງ ສີໂຄດຕະບອງ (ວຽງຈັນ) ແລະ ບົດບັນທຶກຊ່ວຍຈຳສ້າງຕັ້ງສາຍພົວພັນມິດຕະພາບການຮ່ວມມືລະຫວ່າງຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ແລະ ຄະນະຊາວໜຸ່ມນະຄອນຫລວງ ວຽງຈັນ. ຄະນະຜູ້ແທນຂັ້ນສູງນະຄອນ ໂຮ່ຈີມິນ ກໍ່ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ສະມາຄົມຊາວ ຫວຽດນາມ ອາໄສຢູ່ ລາວ.
        ວັນທີ 23 ມັງກອນ, ຄະນະຈະເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ, ນາຍົກລັດຖະມົນຕີ ລາວ ຕາມພິທີການທູດ ແລະ ເຂົ້າຮ່ວມບາງການເຄື່ອນໄຫວອື່ນໆ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ - ອາເມລິກາ ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ

ຫວຽດນາມ - ອາເມລິກາ ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ

ເນື່ອງ​ໃນ​ໂອ​ກາດ​ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ທ່ານ ໂຕ​ເລີມ​, ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ເຂົ້າ​ຮ່ວມ​ວາ​ລະ​​ປຶກ​ສາ​ຂັ້ນ​ສູງ ສະ​ມັດ​ຊາ​ໃຫຍ່ ສປຊ ຊຸດ​ທີ 81, ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ຢູ່ ອາ​ເມລິ​ກາ​, ຕອນ​ເຊົ້າ​ວັນ​ທີ 21 ກັນ​ຍາ​(​ຕາມ​ເວລາ ຫວຽດ​ນາມ​), ຢູ່​ນິວ​ຢອກ​, ທ່ານ​ພົນ​ເອກ ຟານ​ວັນ​ຢາງ​, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ຕ້ອນ​ຮັບ​ທ່ານ John Noh, ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສົງ​ຄາມ ອາ​ເມລິ​ກາ​.

Top