• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາຊາວຕ່າງປະເທດຢູ່ຫວຽດນາມຂອບອົກຂອບໃຈຂະແຫນງສາທາລະນະສຸກຫວຽດນາມ

ໃນສະພາບໂລກລະບາດ Covid-19 ແຜ່ລະບາດຢ່າງວ່ອງໄວ ແລະ ຍາກທີ່ຈະຄາດຄະເນລ່ວງຫນ້າໄດ້ ດ້ວຍຈິດໃຈວັດທະນະທຳມະນຸດ, ການຮ່ວມມື ແລະ ແບ່ງປັນ.


ຊາວຕ່າງປະເທດໄດ້ຮັບການປິ່ນປົວຫາຍດີຢູ່ ໂຮງໝໍພະຍາດເຂດຮ້ອນສູນກາງ 

ພາບ:TTXVN


ລັດຖະບານຫວຽດນາມ ໄດ້ຊີ້ນຳໃຫ້ບັນດາກະຊວງ, ຂະແຫນງການກ່ຽວຂ້ອງ ເອົາໃຈໃສ່ ຫນູນຊ່ວຍ ເພື່ອໃຫ້ຊາວຕ່າງປະເທດຢູ່ ຫວຽດນາມ ໄດ້ຮັບປະກັນການດຳເນີນຊີວິດເປັນປົກກະຕິ, ປອດໄພ, ໄດ້ຮັບການເບິ່ງແຍູດູແລສຸຂະພາບ, ປິ່ນປົວຢ່າງຕັ້ງຫນ້າໃນກໍລະນີທີ່ຈຳເປັນ. ບັນດາການວຽກງານນີ້ຂອງລັດຖະບານ ແລະ ປະຊາຊົນຫວຽດນາມ ໄດ້ຮັບການຕີລາຄາສູງຈາກຊາວຕ່າງປະເທດ, ອຳນາດການປົກຄອງບັນດາປະເທດ ແລະ ປະຊາຄົມສາກົນ.

“ຂອບໃຈເດີ, ຂະແຫນງສາທາລະນະສຸກຫວຽດນາມ” - ນີ້ແມ່ນຄວາມໃນໃຈຂອງຊາວຕ່າງປະເທດຫລາຍຄົນທີ່ຖືກຕິດເຊື້ອ Covid-19 ຫລື ຖືກແຍກຕົວ ເມື່ອມາຫວຽດນາມ ແລະ ໄດ້ຮັບການປິ່ນປົວຢ່າງຕັ້ງຫນ້າຈາກບັນດາທ່ານໝໍ ແພດໝໍ ຫວຽດນາມ. ທ່ານນາງ Shan  ຊາວ ອຽກລັງ  ອາຍຸ 67 ປີ ຄົນເຈັບທີ 24 ໄດ້ຮັບການປິ່ນປົວຫາຍດີຈາກໂຮງໝໍພະຍາດເຂດຮ້ອນສູນກາງ. ທ່ານນາງ ໄດ້ແບ່ງປັນວ່າ: ໂດຍແມ່ນທ່ານໝໍຜູ້ຫນຶ່ງອອກກິນເບ້ຍບຳນານ ຂ້າພະເຈົ້າເອງອາດຈະຖືກເສຍຊີວິດຍ້ອນ ເຊື້ອ Covid-19 ແຕ່ບັນດາທ່ານໝໍຫວຽດນາມ ໄດ້ກູ້ເອົາຊີວິດຂ້າພະເຈົ້າ.”

ໃນສື່ສັງຄົມອອນລາຍຫລາຍມື້ຜ່ານມາ ມີຈົດໝາຍຫລາຍສະບັບ ກໍ່ຄືຄຳຂອບອົກຂອບໃຈຂອງຊາວຕ່າງປະເທດຫລາຍຄົນທີ່ມີຕໍ່ຖັນແຖວແພດໝໍຫວຽດນາມ. ນັກວິທະຍາສາດຊາວ ອັງກິດສົ່ງຈົດໝາຍເຖິງໂຮງໝໍພະຍາດເຂດຮ້ອນສູນກາງມີຕອນກ່າວວ່າ: ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງບັນດາທ່ານໝໍ ແພດໝໍ ຍ້ອນວຽກງານທີ່ຫຍຸ້ງຍາກລຳບາກຂອງເຂົາເຈົ້າໃນຕະຫລອດໄລຍະຜ່ານມາ.

ສ່ວນພໍ່ຄົວ ຊາວນິວຊີແລນ ອ້າຍ Bobby Chin ໄດ້ຂຽນຈົດໝາຍດ້ວຍຄວາມຕື້ນຕັນໃຈວ່າ “ຂ້າພະເຈົ້າຂໍສະແດງຄວາມເຄົາລົບນັບຖືຢ່າງສູງຕໍ່ກັບບັນດາແພດໝໍຫວຽດນາມ ພວມເຮັດວຽກຢູ່ຮາກຖານແຍກຕົວ ຊື່ງພໍ່ຂ້າພະເຈົ້າພວມໄດ້ຮັບການເບິ່ງແຍງດູແລ. ນີ້ແມ່ນການອຸທິດສ່ວນອັນສູງສົ່ງ.”

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top