• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວເບິ່ງແຍງດູແລໃຫ້ແກ່ບຸນເຕັດ

      ຄາດວ່າ, ແຕ່ນີ້ຮອດວັນທີ 12 ກຸມພາ, ສູນກາງສະພາກາແດງ ຫວຽດນາມ 30 ມີຄະນະປະຕິບັດງານຂອງບັນດາການນຳພັກ, ລັດ, ບັນດາກະຊວງ, ຄະນະ, ຂະແໜງການສູນກາງກ່ວາ 30 ຄະນະຕິດຕາມໄປຢ້ຽມຢາມ ແລະ ມອບຂອງຂວັນປີໃໝ່ຢູ່ 33 ແຂວງ, ນະຄອນ.

ການມອບຂອງຂວັນໃຫ້ຄົນທຸກຍາກຢູ່ຈູ່ງແຄ໋ງ
(ພາບ:Chu Hiệu - TTXVN)
      ປະຕິບັດຂະບວນການ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ບຸນປີໃໝ່ປີຈໍ 2018, ສູນກາງສະມາຄົມຫາກໍ່ຕັດສິນໃຈຈັດແບ່ງຈຳນວນເງິນກ່ວາ 6,5 ຕື້ດົ່ງໃຫ້ແກ່ສະພາກາແດງຢູ່ 63 ແຂວງ, ນະຄອນ ເພື່ອມອບຂອງຂວັນໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ຄາດວ່າ, ແຕ່ນີ້ຮອດວັນທີ 12 ກຸມພາ, ສູນກາງສະພາກາແດງ ຫວຽດນາມ 30 ມີຄະນະປະຕິບັດງານຂອງບັນດາການນຳພັກ, ລັດ, ບັນດາກະຊວງ, ຄະນະ, ຂະແໜງການສູນກາງກ່ວາ 30 ຄະນະຕິດຕາມໄປຢ້ຽມຢາມ ແລະ ມອບຂອງຂວັນປີໃໝ່ຢູ່ 33 ແຂວງ, ນະຄອນ.
        ຕອນເຊົ້າວັນທີ 27 ມັງກອນ, ຄະນະປະຕິບັດງານຂອງຄະນະຊີ້ນຳສູນກາງກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ ໂດຍ ທ່ານ ຫງວຽນຊວນເກື່ອງ, ຫົວໜ້າຄະນະ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເປັນຫົວໜ້າຄະນະໄດ້ໄປກວດກາວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງ, ກະກຽມບຸນເຕັດໃຫ້ປະຊາຊົນຜູ້ຖືກຜົນສະທ້ອນຍ້ອນພາຍຸ Damrey (ເດືອນ ພະຈິກ 2017), ຢູ່ແຂວງ ແຄ໋ງຮ່ວາ. ທ່ານ ລັດຖະມົນຕີ ຫງວຽນຊວນເກື່ອງ ສະເໜີວ່າ: ວຽກງານເບິ່ງແຍງດູແລໃຫ້ແກ່ບັນດາຄອບຄົວຖືກຜົນສະທ້ອນຈາກພາຍຸຕ້ອງທັນການ, ຮັບປະກັນທຸກໆຄົນລ້ວນແຕ່ໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ:
        ຈັດແບ່ງພະນັກງານໄປກວດກາເຂດທີ່ປະຊາຊົນພວມແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ. ສຳລັບບັນດາຄອບຄົວທີ່ພວມສ້ອມແປງນັ້ນ ຕ້ອງໄປລະດົມ, ແບ່ງປັນ, ສົ່ງເສີມເຂົາເຈົ້າສຸມໃສ່ເຮັດ
        ໃນຂະນະນັ້ນ, ຕອນຄ່ຳວັນທີ 26 ມັງກອນ, ຢູ່ເມືອງຊາຍແດນ ຈູ່ງແຄ໋ງ ແລະ ຮ້າລາງ, ແຂວງ ກາວບັ່ງ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການ “ລະດູບານໃໝ່ເຂດຊາຍແດນປີ 2018”.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ, ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ຄົນ​ພິ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ, ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ຄົນ​ພິ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ຕອນບ່າຍວັນທີ 30 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ນັກຮຽນຢູ່ສູນຊ່ວຍເຫຼືອພັດທະນາການສຶກສາໃຫ້ເຊື່ອມຕົວເຂົ້າກັບວົງຄະນະຍາດ ສັງກັດວິທະຍາໄລສ້າງຄູສູນກາງ ແລະ ໂຮງຮຽນສາມັນເອກະຊົນ Hermann Gmeiner ຮ່າໂນ້ຍ.

Top