• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວຫຼາຍຢ່າງອວຍພອນບຸນປີໃໝ່ Chol Chnam Thmay

      ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay 2021, ຢູ່ບັນດາທ້ອງຖິ່ນຄື: ນະຄອນໂຮ່ຈີນິນ, ແຂວງ ບາກລຽວ, ດັ໊ກນົງ, ເກີນເທີ… ໄດ້ມີການເຄື່ອນໄຫວຫຼາຍຢ່າງ
ທະຫານປ້ອງກັນຊາຍແດນແຂວງ ດັ໊ກນົງ ມອບຂອງຂວັນໃຫ້ກຳລັງປົກປັກຮັກສາເຂດຊາຍແດນແຂວງ Mundulkiri, ກຳປູເຈຍ
(ພາບ: TTXVN)
      ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay 2021, ຢູ່ບັນດາທ້ອງຖິ່ນຄື: ນະຄອນໂຮ່ຈີນິນ, ແຂວງ ບາກລຽວ, ດັ໊ກນົງ, ເກີນເທີ… ໄດ້ມີການເຄື່ອນໄຫວຫຼາຍຢ່າງຄື: ຢື້ຢາມຖາມຂ່າວ, ມອບຂອງຂວັນ, ອວຍພອນບຸນປີໃໝ່ພໍ່ແມ່ປະຊາຊົນ, ພະສົງສຳມະເນນ, ມອບທຶນສຶກສາໃຫ້ແກ່ນັກຮຽນ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ຫວຽດນາມ.
        ວັນທີ 12 ເມສາ, ຄະນະປະຕິບັດງານກະຊວງຕຳຫຼວດ, ສະພາຊົນເຜົ່າຂອງສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດ ແລະ ແຂວງ ບາກລຽວ ໄດ້ໄປຢ້ຽມຢາມ, ອວຍພອນບັນດາພະສົງສຳມະເນນ, ຄະນະບໍລິຫານງານ, ພຸດທະສາສະນິກກະຊົນຢູ່ວັດ ເດີຍໝ່ວງ, ເມືອງ ເຟື໊ອກລອງ ແລະ ວັດ ຊຽມກ໊ານ ຢູ່ນະຄອນ ບາກລຽວ. ກ່າວຄຳເຫັນຢູ່ບັນດາສະຖານທີ່ມາຢ້ຽມຢາມ, ທ່ານຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເລເຕີ໊ນເຕີ໊ຍ ປາດຖະໜາວ່າ, ພະສົງສຳມະເນນ, ຄະນະບໍລິຫານວັດ ເດີຍໝ່ວງ, ວັດ ຊຽມກ໊ານ ຈະພ້ອມກັບພຸດທະສາສະນິກະຊົນສືບຕໍ່ຕັ້ງໜ້າເຂົ້າຮ່ວມຂະບວນການປົກປັກຮັກສາຄວາມສະຫງົບແຫ່ງຊາດ, ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ເປັນຢ່າງດີ.
        ຕອນຄ່ຳວັນທີ 12 ເມສາ, ການນຳນະຄອນໂຮ່ຈີມິນ ໄດ້ພົບປະກັບນັກສຶກສາລາວ, ກຳປູເຈຍ ທີ່ພວມຮ່ຳຮຽນໃນບໍລິເວນນະຄອນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງລາວ ແລະ ບຸນປີໃໝ່ປະຈຳຊາດ Chol Chnam Thmay ຂອງ ກຳປູເຈຍ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນໂຮ່ຫາຍ ເຊື່ອໝັ້ນວ່າ, ນັກສຶກສາລາວ, ກຳປູເຈຍ ຈະພ້ອມກັບຊາວໜຸ່ມນະຄອນແມ່ນປັດໄຈຕັ້ງໜ້າ ປະກອບສ່ວນຮັດແໜ້ນຄວາມສາມັກຄີ, ມິດຕະພາບ, ນ້ຳໃຈສະໜິດແໜ້ນຂອງປະຊາຊົນ 3 ປະເທດກວ່າ.
        ຕອນບ່າຍວັນດຽວກັນ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບນະຄອນ ເກີນເທີ ໄດ້ສົມທົບກັບສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ຂອງນະຄອນ ຈັດຕັ້ງງານພົບປະສັງກັບສັນບັນດາສະມາຊິກເຊິ່ງແມ່ນພໍ່ແມ່ປະຊາຊົນຊາວເຜົ່າ ຂະແມ ໃນສະມາຄົມ; ນັກສຶກສາ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ບັນດາມະຫາວິທະຍາໄລໃນບໍລິເວນນະຄອນ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top