• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 95 ປີ ແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21/6/1925 – 21/6/2020)

      ໃນຕອນເຊົ້າວັນທີ 21 ມິຖຸນາ, ສະມາຄົມນັກຂ່າວ ນະຄອນ ໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງ 95 ປີ ແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ ແລະ ມອບລາງວັນສື່ມວນຊົນນະຄອນໂຮ່ຈີມິນ ຄັ້ງທິ 38.

ທ່ານ ຫງວຽນທ້ຽນເຍິນ ເລຂາຄະນະພັກນະຄອນ ໂຮ່ຈີມິນ ມອບລາງວັນສື່ມວນຊົນນະຄອນໂຮ່ຈີມິນ ຄັ້ງທິ 38 (ພາບ:qdnd.vn)
      ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີ ແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21/6/1925 – 21/6/2020), ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຈົດໝາຍເຖິງພະນັກງານ, ສະມາຊິກສະມາຄົມນັກຂ່າວຫວຽດນາມ  ແລະ ບັນດາ ຜູ້ເຮັດວຽກງານສື່ມວນຊົນໃນທົ່ວປະເທດ. ເນື້ອໃນຈົດໝາຍມີຕອນຂຽນວ່າ "ໃນຊຸມປີທີ່ຜ່ານມາ, ສື່ມວນຊົນໄດ້ໃກ້ຊິດຕິດແທດກັບແຜນນະໂຍບາຍ, ແນວທາງຂອງພັກ,  ສ່ອງແສງຢ່າງມີຊີວິດຊີວາເຖິງທຸກດ້ານຊີວິດການເມືອງ, ເສດຖະກິດ, ສັງຄົມ; ຕັ້ງໜ້າໂຄສະນາບັນດາຄຸນຄ່າອັນດີງາມ, ປັດໄຈໃໝ່, ຮູບແບບ, ວິທີເຮັດທີ່ດີ ແລະ ແບບຢ່າງວຽກດີຄົນເດັ່ນ, ນຳພາບພົດປະເທດ ແລະ ຊາວຫວຽດນາມທີ່ສະໜິດສະໜົມ, ສັນຕິພາບ, ມິດຕະພາບມາສູ່ເພື່ອນມິດໃນໂລກ. ໃນໄລຍະທີ່ຈະມາເຖິງ, ສື່ມວນຊົນປະຕິວັດຫວຽດນາມ ຄວນໃກ້ຊິດຕິດແທດກັບທັດສະນະການເມືອງ, ການນຳພາຂອງພັກ, ກົດໝາຍຂອງລັດ, ການຜັນແປໃນສະພາບການຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສ່ອງແສງຢ່າງຊັດເຈນ, ທັນການກ່ຽວກັບຊີວິດສັງຄົມຂອງປະເທດຊາດ, ຮັບໃຊ້ພາລະກິດຂອງພັກ ແລະ ປະຊາຊົນ.
            ຕອນຄ່ຳວັນທີ 21 ມິຖຸນາ, ຢູ່ໂຮງລະຄອນໃຫຍ່, ນະຄອນຫຼວງຮ່າໂນ້ຍ ໄດ້ດຳເນີນພິທີສະຫຼຸບ ແລະ ມອບລາງວັນ ສື່ມວນຊົນລະດັບຊາດ ຄັ້ງທີ 14 ໃຫ້ແກ່ 103 ຜະລິດຕະພັນສື່ມວນຊົນທີ່ດີເດັ່ນ ໃນນັ້ນ ມີ 9 ລາງວັນ A, 21 ລາງວັນ B,  41 ລາງວັນ C ແລະ 32 ລາງວັນຊົມເຊີຍ. ນີ້ແມ່ນບັນດາຜະລິດຕະພັນສື່ມວນຊົນທີ່ດີເດັ່ນທາງດ້ານເນື້ອໃນ, ຮູບການ ແລະ ມີລັກສະນະກຳນົດທິດຫາງສຽງສັງຄົມ.
ໃນຕອນເຊົ້າວັນທີ 21 ມິຖຸນາ, ສະມາຄົມນັກຂ່າວ ນະຄອນ ໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງ 95 ປີ ແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ ແລະ ມອບລາງວັນສື່ມວນຊົນນະຄອນໂຮ່ຈີມິນ ຄັ້ງທິ 38. ກ່ອນໜ້ານັ້ນ, ໃນວັນທີ 20 ມິຖຸນາ, ຄະນະການນຳນະຄອນໂຮ່ຈີມິນ ໂດຍທ່ານ ຫງວຽນທ້ຽນເຍິນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ນຳໜ້າ ໄດ້ລົງຢ້ຽມຢາມ ແລະ ອວຍພອນສະມາຄົມນັກຂ່າວນະຄອນໂຮ່ຈີມິນ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top