• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 59 ປີແຫ່ງວັນມູນເຊື້ອຂອງທະຫານປ້ອງກັນຊາຍແດນຫວຽດນາມ

ຕອນບ່າຍວັນທີ 2 ມີນາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ລົງຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນບັນດາພະນັກງານ, ນັກຮົບຂອງກຳລັງປ້ອງກັນຊາຍແດນ

ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ລົງຢ້ຽມຢາມທະຫານປ້ອງກັນຊາຍແດນ
ເນື່ອງໃນໂອກາດສະເຫຼີມສະຫຼອງ 59 ປີແຫ່ງວັນມູນເຊື້ອຂອງທະຫານປ້ອງກັນຊາຍແດນ ແລະ 29 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາຍແດນ (ວັນທີ 3 ມີນາ ), ຕອນບ່າຍວັນທີ 2 ມີນາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ລົງຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນບັນດາພະນັກງານ, ນັກຮົບຂອງກຳລັງປ້ອງກັນຊາຍແດນ. ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ຕີລາຄາສູງບັນດາຜົນງານທີ່ກຳລັງປ້ອງກັນຊາຍແດນຍາດມາໄດ້ ແລະ ສະແດງນ້ຳໃຈຄວາມຮັກແພງ ແລະ ຄວາມເຄົາລົບຕໍ່ບັນດາວິລະກຳຂອງກຳລັງປ້ອງກັນຊາຍແດນ, ພິເສດທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ຢືນຢັນວ່າ ໂຄງການຊ່ວຍພວກນ້ອງນ້ອຍໄປໂຮງຮຽນ ແມ່ນຂະບວນການທີ່ເຕັມໄປດ້ວຍວັດທະນະທຳມະນຸດ, ປະກອບສ່ວນຍົກສູງລະດັບຄວາມຮູ້ໃຫ້ແກ່ປະຊາຊົນເຂດຊາຍແດນ
(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top