• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວທີ່ມີຄວາມໝາຍໃນວັນບຸນຄິດສະມາດທົ່ວໂລກ

ນະຄອນເບັດເລເຮັມ ຂຶ້ນກັບດິນແດນຂອງຊາວປະແລດສະຕິນ ຢູ່ເຂດຝັ່ງຕາເວັນຕົກຂອງແມ່ນ້ຳ ຈໍແດນ ແຫ່ງທີ່ພະເຢຊູກຳເນິດຂຶ້ນພວມຕ້ອນຮັບແຂກທ່ອງທ່ຽວມາຕ້ອນຮັບວັນບຸນຄິດສະມາດ.
  ບັນຍາກາດວັນບຸນຄິດສະມາດຢູ່ໂກລົມເບຍ  

ທີ່ພິທີສະເຫຼີມສະຫຼອງ, ສັງຄະນາຍົກເຂດເຢລູຊະແລມ Jerusalem Pierbattista Pizzaballa ໄດ້ສົ່ງສານວັນບຸນຄິດສະມາດ ສະແດງຄວາມຫວັງຢາກມີສັນຕິພາບແລະ ມີການເກ່ຍໄກ່ໃນທົ່ວໂລກ.

ສ່ວນຢູ່ ອັງກິດທ່ານນາຍົກລັດຖະມົນຕີອັງກິດ Rishi Sunak ໄດ້ຮັບໃຊ້ຄາບເຂົ້າເຊົ້າຢູ່ສະຖານທີ່ແຫ່ງໜຶ່ງ ທີ່ສະຫງວນໃຫ້ແກ່ບັນດາຜູ້ທີ່ບໍ່ມີທີ່ຢູ່ອາໃສໃນນະຄອນລອນດອນ. ກ່ອນນັ້ນ ທ່ານໄດ້ໂທລະສັບຫາບັນດານັກການທູດ, ກອງທັບ ແລະ ລັດຖະກອນຊາວອັງກິດໃນທົ່ວໂລກເພື່ອອວຍພອນວັນບຸນຄິດສະມາດ ແລະ ຂອບໃຈຕໍ່ການເຮັດວຽກດ້ວຍໝາກຜົນທີ່ໃຫຍ່ຫຼວງໃນປີໜຶ່ງ. 

 ສ່ວນຢູ່ນະຄອນຫຼວງຂອງເມັກຊີໂກ  ທ່ານເຟເດຣີໂກ ເຊິ່ງປະຊາຊົນທ້ອງຖິ່ນໄດ້ຖືເປັນສັນຕາຄອດວັນບຸນຄິດສະມາດຂອງຜູ້ທຸກຍາກແລະຜູ້ບໍ່ມີທີ່ຢູ່ອາໃສ ໄດ້ໄປແຈກຢາຍຂອງຂວັນແລະ ສົ່ງຄຳອວຍພອນອັນຈົບງາມເຖິງບັນດາຜູ້ບໍ່ມີທີ່ຢູ່ອາໄສ ແລະ ຜູ້ທຸກຍາກ.

 

(ແຫຼ່ງຄັດຈາກ VOV)

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​​ການປະ​ສານ​ສົມ​ທົບ​ລ​ະ​ຫວ່າງ​ບັນ​ດາ​ອົງ​ການ​ເສ​ນາ​ທິ​ການ​​ຍຸດ​ທະ​ສາດ ຂອງ ສອງ​ພັກ, ຍູ້​ແຮງ​ການ​ແລກ​ປ່ຽນ​ທິດ​ສະ​ດີ, ແບ່​ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ.

Top