• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການກະທຳຂອງ ຈີນ ຢູ່ ທະເລຕາເວັນອອກ ແມ່ນລະເມີດກົດໝາຍສາກົນ

      ພາຍຫຼັງການຮັບຮອງເອົາກົດໝາຍວ່າດ້ວຍຕຳຫຼວດທະເລ, ບັນດາການກະທຳຂອງຈີນ ຢູ່ທະເລຕາເວັນອອກ ໃນຊຸມວັນມໍ່ໆມານີ້ ໄດ້ເຮັດໃຫ້ຫາງສຽງສາກົນມີຄວາມວິຕົກກັງວົນເປັນພິເສດ. ເລື່ອງ ຈີນ ນຳກ່ຳປັ່ນກວ່າ 200 ລຳເຄື່ອນໄຫວຢູ່ ເຂດເກາະ ຊິງໂຕນ ຢູ່ໝູ່ເກາະເຈື່ອງຊາ ຂຶ້ນກັບອະທິປະໄຕຂອງ ຫວຽດນາມ ແມ່ນການກະທຳເພີ່ມຄວາມວິຕົກກັງວົນຢູ່ທະເລຕາເວັນອອກ. 
ຫຼັກໝາຍ ເກາະຊິງໂຕນດົງ (ພາບປະກອບ: TTXVN)
      ຫຼາຍປະເທດໄດ້ສະແດງຄວາມວິຕົກກັງວົນຕໍ່ບັນດາການກະທຳດັ່ງກ່າວ ແລະ ຮຽກຮ້ອງໃຫ້ ຈີນ ຢຸດຕິການກະທຳດັ່ງກ່າວໃນທັນທີ ແລະ ນຳກ່ຳປັ່ນອອກຈາກເຂດນີ້ ໂດຍໄວ ແລະ ຢຸດຕິບັນດການກະທຳເກາະຜິດ.
        ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຢັ້ງຢືນວ່າ ການກະທຳຂອງບັນດາກໍ່າປັ່ນ ຂອງ ຈີນ ໃນຂອບເຂດເຂດທະເລດເກາະ ຊິງໂຕນດົງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ ແມ່ນລ່ວງລ້ຳອະທິປະໄຕຂອງ ຫວຽດນາມ, ລະເມີດຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ກ່ຽວກັບການເຄື່ອນໄຫວຂອງກ່ຳປັ່ນຕ່າງປະເທດໃນເຂດທະເລຂອງປະເທດແຄມທະເລ, ໄປຝືນກັບເນື້ອໃນຈິດໃຈຂອງຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (DOC), ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ກໍ່ຜົນກະທົບບໍ່ດີຕໍ່ວິວັດການເຈລະຈາກ່ຽວກັບ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (COC).
        ກະຊວງການຕ່າງປະເທດ ຟີລິບປິນ ໄດ້ສົ່ງຈົດໝາຍການທູດຄັດຄ້ານການກະທຳຂອງຈີນ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ Yoshidhide Suga ກໍສະແດງຄວາມວິຕົກກັງວົນຕໍ່ການກະທຳຂອງ ຈີນຢູ່ທະເລຕາເວັນອອກເຊັ່ນດຽວກັນ ແລະ ອົດສະຕາລີກໍຄັດຄ້ານບັນດາການກະທຳເພີ່ມຄວາມເຄັ່ງຕຶງໃນການເດີນເຮືອສາກົນ - ເຊິ່ງເປັນສະຖານທີ່ບັນດາປະເທດລ້ວນແຕ່ເຄົາລົບອຳນາດກົດໝາຍ. 
 (ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top