• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາກະຊວງ, ຂະແໜງການຕ້ອງມີການແນະນຳໂດຍໄວ ເພື່ອເປີດປະຕູການທ່ອງທ່ຽວຢ່າງປອດໄພ

ທີ່ກອງປະຊຸມ, ຕາງໜ້າບັນດາຫົວໜ່ວຍທີ່ກ່ຽວຂ້ອງໄດ້ປຶກສາຫາລືຢ່າງລະອຽດກ່ຽວກັບແຕ່ລະບັນຫາ ແລະ ເຫັນດີເປັນເອກະພາບວິທີການເປີດປະຕູການທ່ອງທ່ຽວສາກົນ ນັບແຕ່ວັນທີ 15 ມີນາ ປີ 2022. ບັນດາມາດຕະການເພື່ອຄວບຄຸມຄົນເດີນທາງໄປມາ ໄດ້ຍົກອອກເມື່ອໂລກລະບາດເກີດຂຶ້ນນັບແຕ່ປີ 2020 ມາຮອດປັດຈຸບັນ ຈະຖືກຍົກເລີກ.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໄດ້ສົມທົບກັບບັນດາກະຊວງທີ່ກ່ຽວຂ້ອງ ເພື່ອແນະນຳລະອຽດແຕ່ລະບັນຫາເມື່ອເປີດປະຕູການທ່ອງທ່ຽວ ແລະ ປະກາດໃຊ້ໃນອະທິດໜ້າ. ນີ້ແມ່ນຄຳເຫັນຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢູ່ກອງປະຊຸມປຶກສາຫາລືວິທີການເປີດປະຕູເຄື່ອນໄຫວການທ່ອງທ່ຽວ ໃນສະພາບການຮັບມືຢ່າງໄຫວພິບ, ປອດໄພ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ໂດຍຕິດພັນກັບການຟື້ນຟູເສດຖະກິດສັງຄົມເທື່ອລະກ້າວ, ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 15 ກຸມພາຢູ່ຮ່າໂນ້ຍ.

ທີ່ກອງປະຊຸມ, ຕາງໜ້າບັນດາຫົວໜ່ວຍທີ່ກ່ຽວຂ້ອງໄດ້ປຶກສາຫາລືຢ່າງລະອຽດກ່ຽວກັບແຕ່ລະບັນຫາ ແລະ ເຫັນດີເປັນເອກະພາບວິທີການເປີດປະຕູການທ່ອງທ່ຽວສາກົນ ນັບແຕ່ວັນທີ 15 ມີນາ ປີ 2022. ບັນດາມາດຕະການເພື່ອຄວບຄຸມຄົນເດີນທາງໄປມາ ໄດ້ຍົກອອກເມື່ອໂລກລະບາດເກີດຂຶ້ນນັບແຕ່ປີ 2020 ມາຮອດປັດຈຸບັນ ຈະຖືກຍົກເລີກ. ຕາມນັ້ນແລ້ວ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຕໍ່ບົດລາຍງານລັດຖະບານນຳໃຊ້ນະໂຍບາຍຍົກເວັ້ນວີຊາ ຄືໄລຍະກ່ອນເກີດໂລກລະບາດ. ກ່ຽວກັບບັນຫານີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃຫ້ຮູ້ວ່າ:

ໃນ 2 ປີແຫ່ງການປະຕິບັດການຕ້ານໂລກລະບາດ ຜ່ານມາ, ຂະແໜງທ່ອງທ່ຽວ ແລະ ບັນດາຂະແໜງການຕ່າງໆລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກ. ປັດຈຸບັນ, ບົນຈິດໃຈສະພາບການປົກກະຕິໃໝ່, ຮັບມືຢ່າງປອດໄພ, ໄຫວພິບ, ຄວບຄຸມຢ່າງທັນການ, ພວກເຮົາຕ້ອງຮີບເຮັ່ງປະຕິບັດບັດ, ແຕ່ລະກະຊວງຂະແໜງການຕ້ອງສົມທົນກັນ. ມອບໃຫ້ກະຊວງວັດທະນະທຳເປັນຂົວຕໍ່ເຮັດວຽກກັບກະຊວງສາທາລະນະສຸກ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ເພື່ອແນະນຳຢ່າງລະອຽດ, ລາຍງານຕໍ່ລັດຖະບານຕັດສິນໃຈບັນຫາວິຊາ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top