• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນຍາການອອກແຮງງານຢູ່ບັນດາກິດຈະກຳຈຸດສຸມຍາມຕົ້ນປີໃໝ່ໃນທົ່ວປະເທດດຳເນີນໄປຢ່າງຟົດຟື້ນ

ມີວິສະວະກອນ, ກຳມະກອນນັບຮ້ອຍຄົນ ຍັງໄດ້ເຮັດວຽກຢູ່ກິດຈະກຳໂຄງການທ່າອາກາດສະຍານສາກົນ ກວາງຈິ ປະຕິບັດການກໍ່ສ້າງນັບທັງໃນໂອກາດປີໃໝ່.
(ມີວິສະວະກອນ, ກຳມະກອນນັບຮ້ອຍຄົນ ຍັງໄດ້ເຮັດວຽກຢູ່ກິດຈະກຳໂຄງການທ່າອາກາດສະຍານສາກົນ ກວາງຈິ)

ໃນໂອກາດປີໃໝ່ 2026, ຢູ່ຫຼາຍໂຄງການຈຸດສຸມໃນທົ່ວປະເທດຍັງຮັກສາລະດັບການດຳເນີນກໍ່ສ້າງຢ່າງຮີບເຮັ່ງ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງບັນດາເຈົ້າຂອງນັກລົງທຶນ, ນັກປະມູນ ໃນການຮັບປະກັນຄວາມຄືບໜ້າຂອງບັນດາກິດຈະກຳຈຸດສຸມຢູ່ຫຼາຍທ້ອງຖິ່ນ.

ຢູ່ແຂວງ ກວາງຈິ, ມີວິສະວະກອນ, ກຳມະກອນນັບຮ້ອຍຄົນ ຍັງໄດ້ເຮັດວຽກຢູ່ກິດຈະກຳໂຄງການທ່າອາກາດສະຍານສາກົນ ກວາງຈິ ປະຕິບັດການກໍ່ສ້າງນັບທັງໃນໂອກາດປີໃໝ່. ອ້າຍ ເລດຶກກາມ, ຫົວໜ້າກຸ່ມກໍ່ສ້າງ, ຕິດຕັ້ງ - ໂຄງສ້າງ, ບໍລິສັດຫຸ້ນສ່ວນ Central, ໃຫ້ຮູ້ວ່າ:

“ຫົວໜ່ວຍກໍ່ສ້າງຂອງພວກຂ້າພະເຈົ້າເຮັດວຽກນັບທັງໃນຕອນທ່ຽງ, ກິນ, ພັກຜ່ອນຢູ່ກິດຈະກຳ, ຕອນຄ່ຳອາດຈະເຮັດວຽກຮອດເວລາ 11 ໂມງ, ພວກຂ້າພະເຈົ້າຕັດສິນໃຈວ່າປີໃໝ່ກໍ່ບໍ່ພັກ, ມີຄວາມພະຍາຍາມທີ່ສຸດເພື່ອຮັບປະກັນໃຫ້ກິດຈະກຳກໍ່ສ້າງຖືກຕາມລະດັບຄວາມຄືບໜ້າ”.

ພ້ອມກັບການຍູ້ແຮງຄວາມຄືບໜ້າບັນດາກິດຈະກຳຈຸດສຸມ, ແຂວງ ກວາງຈິ ກໍ່ພວມຮີບເຮັ່ງຜັນຂະຫຍາຍໂຄງການກໍ່ສ້າງເສັ້ນທາງບົກ 15D ຕອນຈາກທ່າກຳປັ່ນ ມີ້ຖຸຍ ໄປຮອດເສັ້ນທາງຄວາມໄວສູງ ກາມໂລ້ - ລາເຊີນ; ຂົວ ເຍີດເລ້…

ເນື່ອງໃນໂອກາດນີ້, ຢູ່ກິດຈະກຳກໍ່ສ້າງລານບິນ ເລກ 2 - ທ່າອາກາດສະຍານສາກົນ ຝູ່ກາດ, ແຂວງ ຢາລາຍ, ບັນຍາກາດອອກແຮງງານຍັງຄຶກຄຶ້ນຢູ່.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top