• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນຍາກາດເບີກບານມ່ວນຊື່ນໃນການແຂ່ງຂັນຫໍ່ເຂົ້າຕົ້ມຂອງຊາວ ຫວຽດນາມ ອາໄສ ຢູ່ ສິງກະໂປ

      ໃນລະຫວ່າງວັນທີ 15 – 16 ມັງກອນ ຢູ່ ສຳນັກງານສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຈັດການແຂ່ງຂັນຫໍ່ເຂົ້າຕົ້ມ, ບັນແຕັດ ແລະ ປະດັບປະດາ, ວາງສະແດງຜົນງານດ້ວຍຫົວຂໍ້ “ບຸນເຕັດຫວຽດ” ຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ສິງກະໂປ.
ບັນຍາກາດເບີກບານມ່ວນຊື່ນໃນການແຂ່ງຂັນຫໍ່ເຂົ້າຕົ້ມຂອງຊາວ ຫວຽດນາມ ອາໄສ ຢູ່ ສິງກະໂປ (ພາບ: TTXVN)
      ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວ “ຕ້ອນຮັບລະດູບານໃໝ່ປີຂານ” ໂດຍສະຖານທູດ ຫວຽດນາມ, ຄະນະຕິດຕໍ່ພົວພັນປະຊາຄົມຊາວ ຫວຽດນາມ ແລະ ສະມາຄົມນັກສຶກສາ ຫວຽດນາມ ຢູ່ ສິງກະໂປ ສົມທົບກັນຈັດຂຶ້ນ ໃນໂອກາດບຸນເຕັດ ແລະ ລະດູບານໃໝ່ ວຽນມາ.
            ການແຂ່ງຂັນດັ່ງກ່າວ ໄດ້ດຶງດູດ 11 ທິມເຂົ້າຮ່ວມ, ແຕ່ລະທິມ ລວມມີ 2 ຄົນ, ເຊິ່ງຢູ່ໃນໄວອາຍຸທີ່ແຕກຕ່າງກັນ. ບັນຍາກາດເບີກບານມ່ວນຊື່ນ, ຄຶກຄື້ນ ບໍ່ຕ່າງຫຍັງກັບບັນຍາກາດຂອງວັນທີ 30 ບຸນເຕັດຢູ່ບ້ານເກີດເມືອງນອນ. ພາຍຫຼັງການແຂ່ງຂັນຫໍ່ເຂົ້າຕົ້ມ, 11 ທິມ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ ສິງກະໂປ, ພັນລະຍາພະນັກງານສະຖານທູດ ພ້ອມດ້ວຍບັນດາອົງການຜູ້ຕາງໜ້າ ແລະ ສະມາຊິກຄະນະຕິດຕໍ່ພົວພັນ ສືບຕໍ່ຫໍ່ເຂົ້າຕົ້ມ 100 ກ້ອນ ແລະ ກະກຽມຂອງຂວັນ 100 ພູດ ເພື່ອມອບໃຫ້ນັກຮຽນ, ນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ສິງກະໂປ ເນື່ອງໃນໂອກາດບຸນປີໃໝ່.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top