• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນຍາກາດຕ້ອນຮັບບຸນປີໃຫມ່ປະຈຳຊາດຂອງປະຊາຊົນໃນທົ່ວປະເທດຫວຽດນາມ

ຕອນຄ່ຳວັນທີ 15 ກຸມພາ, ປະຊາຊົນຫວຽດນາມ ນັບລ້ານໆຄົນໃນທົ່ວປະເທດໄດ້ເຕົ້າໂຮມຢູ່ບັນດາສະຖານທີ່ລະຫລິ້ນບັນເທິງເພື່ອຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ ພາວະນາຂໍໃຫ້ປີໃຫມ່ມີໂຊກມີໄຊມີຄວາມຜາສຸກ.  

ຊາວຮ່າໂນ້ຍ ຊົມການຍິງບັ້ງໄຟດອກໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່

ສຳລັບຊາວນະຄອນຫລວງ ຮ່າໂນ້ຍ, ລາຍການຍິງບັ້ງໄຟດອກໃນຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ໃນແຕ່ລະປີລ້ວນແຕ່ນຳມາເຊິ່ງຄວາມຮູ້ສຶກແຕກຕ່າງກັນ. ພິເສດ ປີນີ້ ຊາວນະຄອນຫລວງ ຍິ່ງມີຄວາມປິຕິຊົມຊື່ນ ແລະ ມີຄວາມຜາສຸກກວ່າ ເມື່ອໄດ້ເຫັນປະຈັກຕາຮູບພາບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພ້ອມກັບບັນດາການນຳຫລັກແຫລ່ງນະຄອນ ຮ່າໂນ້ຍ ຍ່າງໄປຕ້ອນຮັບລະດູບານໃຫມ່ ແລະ ອວຍພອນບຸນເຕັດພ້ອມກັບປະຊາຊົນຢູ່ບໍລິເວນຫນອງ ຮ່ວານກຽມ. ອ້າຍ ໂງງອກດ໋ຽນ ຢູ່ ເມືອງບາດີງ ຮ່າໂນ້ຍ ເວົ້າວ່າ:

        “ເມື່ອເຂົ້າຮ່ວມຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ປີນີ້ ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນຫລາຍ ເມືື່ອໄດ້ເຫັນປະຈັກຕາຮູບພາບທ່ານເລຂາທິການໃຫຍ່ ລົງອວຍພອນບຸນເຕັດປະຊາຊົນຢູ່ຫນອງຮ່ວານກຽມ. ຂ້າພະເຈົ້າຄິດວ່າ ນີ້ແມ່ນທ່ານເລຂາທິການໃຫຍ່ ມີຄວາມໃກ້ຊິດສະຫນິດສະຫນົມກັບປະຊາຊົນ ຍາມໃດກໍ່ມີຄວາມເອົາໃຈໃສ່ເຖິງປະຊາຊົນ ແລະ ປາດຖະຫນາຢາກໃຫ້ປະຊາຊົນມີຄວາມສະຫງົບສຸກ.”

ສ່ວນຢູ່ນະຄອນເຫ້ວ, ໂຮ້ຍອານ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງຕ້ອບຮັບປີໃຫມ່ປະຈຳຊາດ, ສ້າງຄວາມດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວຕ່າງປະເທດເຂົ້າຮ່ວມເປັນຈຳນວນຫລວງຫລາຍ.

(ແຫຼ່ງຄັດຈາກ VOV)


ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top