• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນການັກເຄື່ອນໄຫວ ຢູ່ ອາເມລິກາ ມີຄວາມເຊື່ອໝັ້ນຕໍ່ການພັດທະນາຂອງ ຫວຽດນາມ ພາຍຫຼັງ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກ

      ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ ທີ່ຫາກໍຈັດຕັ້ງສຳເລັດຜົນນັ້ນ ໄດ້ສ້າງຂີດໝາຍແກ່ບາດລ້ຽວຂອງ ຫວຽດນາມ ມຸ່ງໄປສູ່ໄລຍະໃໝ່ຂອງລັດທິສັງຄົມນິຍົມ.
ທ່ານນາງ Merle Ratner - ນັກເຄື່ອນໄຫວຊາວ ອາເມລິກາ (ຜູ້ນັ່ງຢູ່ເບື້ອງຊ້າຍ) (ພາບ: TTXVN)
      ວັນທີ 3 ມັງກອນ, ທ່ານນາງ Merle Ratner - ນັກເຄື່ອນໄຫວຊາວ ອາເມລິກາ ແລະ ທ່ານນາງສາດສະດາຈານ ໂງແທັງຍ່ານ ປະສານງານຮ່ວມໃນການຈັດຕັ້ງບັ້ນປຸກລະດົມການຊ່ວຍເຫຼືອ ແລະ ຄວາມຮັບຜິດຊອບສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ຫວຽດນາມ ປະຈຳ ອາເມລິກາ ຖືວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ ທີ່ຫາກໍຈັດຕັ້ງສຳເລັດຜົນນັ້ນ ໄດ້ສ້າງຂີດໝາຍແກ່ບາດລ້ຽວຂອງ ຫວຽດນາມ ມຸ່ງໄປສູ່ໄລຍະໃໝ່ຂອງລັດທິສັງຄົມນິຍົມ.
        ທ່ານນາງ ກໍສະແດງຄວາມປິຕິຊົມຊື່ນ ແລະ ອວຍພອນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຮັບການເລືອກຕັ້ງຄືນໃໝ່. ທ່ານນາງ ກໍປາດຖະໜາວ່າ ຫວຽດນາມ ຈະສ້າງລະບົບສາທາລະນະສຸກໃໝ່ໂດຍໄວ ເພື່ອໃຫ້ປະຊາຊົນທຸກຄົນລ້ວນແຕ່ໄດ້ຊົມໃຊ້ຜົນປະໂຫຍດ, ພັດທະນາລະບົບສະຫວັດດີການສັງຄົມໃຫ້ແກ້ປະຊາຊົນຜູ້ທຸກຍາກ ໃຫ້ດີກວ່າອີກ, ພ້ອມທັງສືບຕໍ່ການຕ້ານການສໍ້ລາດບັງຫຼວງ. ທ່ານນາງ Merle Ratner - ນັກເຄື່ອນໄຫວ ອາເມລິກາ ແລະ ທ່ານນາງສາດສະດາຈານ ໂງແທັງຍ່ານ ຕ່າງກໍເຊື່ອໝັ້ນວ່າ ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ຈະສືບຕໍ່ມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top