• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບຣູໄນ ຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ 2021 ຢ່າງເປັນທາງການ

      ບຣູໄນ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສົມທົບກັບບັນດາປະເທດສະມາຊິກ ອາຊຽນ ແລະ ບັນດາປະເທດຄູ່ເຈລະຈາຂອງ ອາຊຽນ ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດ ວິໄສທັດປະຊາຄົມ ອາຊຽນ 2025 ແລະ ແຜນການສັງລວມສ້າງປະຊາຄົມໃນສາມເສົາຄ້ຳ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ ຢ່າງມີປະສິດທິຜົນ. 

ມະຫາກະສັດ ບຣູໄນ Darussalam Haji Hassanal Bolkiah (ພາບ:congthuong.vn)
      ນັບແຕ່ວັນທີ 1 ມັງກອນ ເປັນຕົ້ນໄປ, ບຣູໄນ ຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ 2021. ດ້ວຍຫົວຂໍ້ “ພວກເຮົາເອົາໃຈໃສ່, ພວກເຮົາກຽມພ້ອມ, ພວກເຮົາວັດທະນາຖາວອນ”, ບຣູໄນ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສົມທົບກັບບັນດາປະເທດສະມາຊິກ ອາຊຽນ ແລະ ບັນດາປະເທດຄູ່ເຈລະຈາຂອງ ອາຊຽນ ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດ ວິໄສທັດປະຊາຄົມ ອາຊຽນ 2025 ແລະ ແຜນການສັງລວມສ້າງປະຊາຄົມໃນສາມເສົາຄ້ຳ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ ຢ່າງມີປະສິດທິຜົນ. ບຣູໄນ ກໍໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ປະຕິບັດຂໍ້ລິເລີ່ມ ແລະ ໝາກຜົນທີ່ບັນລຸໄດ້ໃນປີ ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ 2020. ບຣູໄນ ຈະສຸມໃສ່ຂົງເຂດບຸລິມະສິດ ເຊິ່ງລວມມີ: ການສ້າງປະຊາຄົມໃຫ້ມີຄວາມກົມກ່ຽວ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ດ້ວຍການຖືປະຊາຊົນເປັນໃຈກາງ; ກະກຽມ ແລະ ເປັນເຈົ້າການຮັບມືກັບອະນາຄົດເພື່ອຮັບປະກັນ ໃຫ້ ອາຊຽນ ເປັນປະຊາຄົມທີ່ຍັງມີຄວາມເໝາະສົມ ແລະ ປະຊາຊົນສາມາດຍາດແຍ່ງກາລະໂອກາດໃໝ່ ກໍຄືຜ່ານຜ່າສິ່ງທ້າທາຍໃນປັດຈຸບັນ ແລະ ອະນາຄົດ; ສ້າງກາລະໂອກາດໃຫ້ແກ່ປະຊາຊົນທຸກຄົນໄດ້ຊົມໃຊ້ຜົນປະໂຫຍດຜ່ານຂໍ້ລິເລີ່ມຍົກສູງຄວາມວັດທະນາຖາວອນແບບຍືນຍົງໃຫ້ແກ່ພາກພື້ນ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top