• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນີ​ເຊ: ປຸກ​ລະ​ດົມ​ບັ້ນ​ຮັບ​ຜູ້​ອາ​ສາ​ສະ​ໝັກ​ເຂົ້າ​ຮ່ວມ​ກຳ​ລັງ​ຕໍ່​ສູ້​ຕ້ານ​ຄືນ​ແຜນ​ການ​ແຊກ​ແຊງ​ການ​ທະ​ຫານ​ຈາກ ECOWAS

ຕໍ່ໜ້າການແຊກແຊງການທະຫານຈາກບັນດາປະເທດບ້ານໃກ້ເຮືອນຄຽງ ອາຟະລິກາຕາເວັນຕົກ, ບັນດານັກເຄື່ອນໄຫວຢູ່ ນີເຊ ໄດ້ປຸກລະດົມບັ້ນຮັບຜູ້ອາສາສະໝັກນັບສິດພັນຄົນໃນທົ່ວປະເທດເຂົ້າຮ່ວມກຳລັງຕໍ່ສູ້ພ້ອມກັບກຳລັງກອງທັບ. ຊ່ອງໂທລະພາບພາສາ ອາຣັບ Al Arabiya ພ້ອມກັບບັນດາແຫຼ່ງຂ່າວອື່ນໃນພາກພື້ນໄດ້ໃຫ້ຂ່າວວ່າ, ຂໍ້ລິເລີ່ມຮັບເອົາຜູ້ອາສາສະໝັກເຂົ້າຮ່ວມກຳລັງຕໍ່ສູ້ຕ້ານຄືນການກະທຳແຊກແຊງການທະຫານຈາກພາຍນອກ ໄດ້ປະກາດ ແລະ ປຸກລະດົມຢ່າງເປັນທາງການໃນຄ່ຳຄືນວັນທີ 15 ສິງຫາ ຢູ່ນະຄອນຫຼວງ Niamey. ທ່ານ Baku Amsaro, ໜຶ່ງໃນບັນດານັກເຄື່ອນໄຫວທີ່ເຂົ້າຮ່ວມການສະເໜີຂໍ້ລິເລີມ, ໃຫ້ຮູ້ວ່າ ພົນລະເມືອງ ນີເຊ ທຸກຄົນທີ່ມີອາຍຸແຕ່ 18 ປີ ຂຶ້ນໄປ ລ້ວນແຕ່ສາມາດລົງທະບຽນເຂົ້າຮ່ວມການອາສາສະໝັກ ແລະ ບັນຊີລາຍຊື່ດັ່ງກ່າວຈະໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດປົກປັກຮັກສາປະເທດຊາດ - ອຳນາດການປົກຄອງການທະຫານ ໂດຍຝ່າຍກໍ່ລັດຖະປະຫານສ້າງຕັ້ງ. ນັກເຄື່ອນໄຫວ Baku Amsaro ຢັ້ງຢືນວ່າ ໃນເບື້ອງຕົ້ນ, ບັ້ນເຄື່ອນໄຫວດັ່ງກ່າວໄດ້ຮັບການສະໜັບສະໜູນຢ່າງແຮງຈາກປະຊາຊົນເຂດນະຄອນຫຼວງ Niamey ດ້ວຍການລົງທະບຽນເຂົ້າຮ່ວມຂອງນັກອາສາສະໝັກນັບພັນຄົນ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ.

Top