• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ CAJ ກາຍເປັນອົງການມີຜົນສະທ້ອນສຳຄັນໃນອາຊຽນ

      ທີ່ວາລະປະຊຸມ, ສະຫະພັນໃຫຍ່ CAJ ຄັ້ງທີ 19 ໄດ້ຕີລາຄາເລື່ອງປະຕິບັດບັນດາລາຍການຂອງ CAJ ໄລຍະ 2015 – 2017; ເພີ່ມເຕີມ, ປັບປຸງກົດລະບຽບ CAJ; ອອກ “ຖະແຫຼງການຮ່ວມ ບາງກອກ”, 
 
ບັນດາຫົວໜ້າຄະນະຂອງປະເທດສະມາຊິກເຂົ້າຮ່ວມກອງປະຊຸມ
      ແຕ່ວັນທີ 24 – 28 ມັງກອນ, ຢູ່ນະຄອນຫຼວງ ບາງກອກ, ປະເທດໄທ, ໄດ້ຈັດຕັ້ງກອງປະຊຸມໃຫຍ່ສະຫະພັນບັນດານັກຂ່າວ ອາຊຽນ (CAJ) ຄັ້ງທີ 19. ທີ່ວາລະປະຊຸມ, ສະຫະພັນໃຫຍ່ CAJ ຄັ້ງທີ 19 ໄດ້ຕີລາຄາເລື່ອງປະຕິບັດບັນດາລາຍການຂອງ CAJ ໄລຍະ 2015 – 2017; ເພີ່ມເຕີມ, ປັບປຸງກົດລະບຽບ CAJ; ອອກ “ຖະແຫຼງການຮ່ວມ ບາງກອກ”, ຢັ້ງຢືນຄວາມຕັດສິນໃຈປັບປຸງກ່ຽວກັບຂົງເຂດການຈັດຕັ້ງ, ເພີ່ມທະວີການເຄື່ອນໄຫວເພື່ອຍົກສູງອິດທິພົນຊື່ສຽງຂອງອົງການບັນດານັກຂ່າວຂອງພາກພື້ນ ມຸ່ງໄປເຖິງເປົ້າໝາຍສາມັກຄີ, ເຫັນດີເປັນເອກະພາບ ແລະ ພັດທະນາໃນປະຊາຄົມ ອາຊຽນ. ກໍ່ທີ່ວາລະປະຊຸມ, ສະມັດຊາໃຫຍ່ CAJ ສືບຕໍ່ຮັບເອົາຄວາມເຫັນປະກອບຂອງບັນດາສະມາຊິກເພື່ອແນໃສ່ສືບຕໍ່ກໍ່ສ້າງ CAJ ກາຍເປັນສະຫະພັນ ທີ່ໝັ້ນຄົງເຂັ້ມແຂງ, ເປັນຂົວເຊື່ອມຕໍ່ດ້ານຂໍ້ມູນຂ່າວສານລະຫວ່າງບັນດາປະເທດໃນປະຊາຄົມ ອາຊຽນ. ເນື່ອງໃນໂອກາດນີ້, ບັນດາຜູ້ແທນໄດ້ຕ້ອນຮັບສະໂມສອນສື່ມວນຊົນ ກຳປູເຈຍ ກາຍເປັນສະມາຊິກທີ 8 ຂອງ CAJ. ປະຈຸບັນ, ບັນດາສະມາຊິກ CAJ ລວມມີ:  ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ, ລາວ ແລະ ກຳປູເຈຍ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top