• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ ຫວຽດ​ນາມ ກາຍ​ເປັນ​ສູນ​ນະ​ວັດ​ຕະ​ກຳ​ຂອງ​ພາກ​ພື້ນ

ທ່ານ ຮິງແທັງດາດ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຊີ້ແຈ້ງວ່າ: ຄວາມສາມາດນະວັດຕະກຳຂອງ ຫວຽດນາມ ຄວນສືບຕໍ່ໄດ້້ຮັບການປົວແປງຢ່າງແຮງກ່ວາອີກ ໃນໄລຍະຈະມາເຖິງ.
ສະພາບການທີ່ພິທີ

ພິທີຕອບສະໜອງວັນນະວັດຕະກຳໂລກປີ 2024 (ຄືວັນທີ 21 ເມສາ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 19 ເມສາ ຢູ່ ຮ່າໂນ້ຍ. ເຫດການໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຈັດຂຶ້ນ ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ ກ່ຽວກັບບົດບາດຂອງນະວັດຕະກຳ ໃນການພັດທະນາເສດຖະກິດ ສັງຄົມ, ສ້າງສັງຄົມຍືນຍົງ ແລະ ຊຸກຍູ້ການພັດທະນາທຸກດ້ານຂອງມະນຸດ.

   ກ່າວຄຳເຫັນທີ່ພິທີ, ທ່ານ ຮິງແທັງດາດ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຊີ້ແຈ້ງວ່າ: ຄວາມສາມາດນະວັດຕະກຳຂອງ ຫວຽດນາມ ຄວນສືບຕໍ່ໄດ້້ຮັບການປົວແປງຢ່າງແຮງກ່ວາອີກ ໃນໄລຍະຈະມາເຖິງ, ເພື່ອແນໃສ່ປະກອບສ່ວນໂດຍກົງ ເຂົ້າໃນການເພີ່ມສະມັດຕະພາບການອອກແຮງງານ ແລະ ຄຸນນະພາບຜະລິດຕະພັນສິນຄ້າ, ປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ:

   ຫວຽດນາມ ພວມຫັນປ່ຽນຮູບແບບເຕີບໂຕ ອີງໃສ່ທຶນ ແລະ ແຮງງານ ໄປເປັນຮູບແບບການເຕີບໂຕ ອີງໃສ່ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ. ນີ້ແມ່ນເປົ້າໝາຍໃນໄລຍະຍາວນານ, ຕອ້ງມີການເຂົ້າຮ່ວມ, ການຮ່ວມແຮງຮ່ວມໃຈຂອງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ, ວິສາຫະກິດ ແລະ ທົ່ວສັງຄົມໃນການໝູນໃຊ້ ແລະ ພັດທະນາ ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ.

(ແຫຼ່ງຄັດຈາກ VOV)

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

“​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ອັດ​ຖິ​ນັກຮົບເສຍສະຫຼະຊີວິດເພື່ອຊາດ​” ທ້ອນ​ໂຮມ​ອັດ​ຖິ​​ນັກຮົບເສຍສະຫຼະຊີວິດເພື່ອຊາດ​ໄດ້ 3.080 ອັດຖິພາຍ​ຫຼັງ​ເວລາ 6 ເດືອນ​.

Top