• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ເສດ​ຖະ​ກິດ​ເອ​ກະຊົນ​ກາຍ​ເປັນ​ກຳ​ລັງ​ໜູນ​ສຳ​ຄັນ​ທີ່​ສຸດ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ແຫ່ງ​ຊາດ

ປະຊາຄົມວິສາຫະກິດເອກະຊົນຕ້ອງປະຕິບັດ “3 ເນື້ອໃນປະຈັນບານ”, “2 ເຕີບໃຫຍ່ເຂັ້ມແຂງ” ເພື່ອບັນລຸໃຫ້ໄດ້ເປົ້າໝາຍລຸລ່ວງນັ້ນແມ່ນ “ເສດຖະກິດເອກະຊົນແມ່ນກຳລັງໜູນສຳຄັນທີ່ສຸດຂອງພື້ນຖານເສດຖະກິດແຫ່ງຊາດ”, ປະສານສົມທົບຢ່າງກົມກ່ຽວ, ມີປະສິດທຜົນ ດ້ວຍເສດຖະກິດພາກລັດເປັນແກ່ນສານ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV5)

ຕອນບ່າຍວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ເມື່ອກ່າວຄຳເຫັນໃນລາຍການ ພາບລວມເສດຖະກິດເອກະຊົນ ຫວຽດນາມ ຄັ້ງທີ I ແລະ ຂໍ້ລິເລີ່ມ “ພາກລັດພາກເອກະຊົນ - ສ້າງສາປະເທດຊາດ, ຮຸ່ງເຮືອງເຂັ້ມແຂງ - ວັດທະນາຖາວອນ”, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ປາດຖະໜາວ່າ ປະຊາຄົມວິສາຫະກິດເອກະຊົນຕ້ອງປະຕິບັດ “3 ເນື້ອໃນປະຈັນບານ”, “2 ເຕີບໃຫຍ່ເຂັ້ມແຂງ” ເພື່ອບັນລຸໃຫ້ໄດ້ເປົ້າໝາຍລຸລ່ວງນັ້ນແມ່ນ “ເສດຖະກິດເອກະຊົນແມ່ນກຳລັງໜູນສຳຄັນທີ່ສຸດຂອງພື້ນຖານເສດຖະກິດແຫ່ງຊາດ”, ປະສານສົມທົບຢ່າງກົມກ່ຽວ, ມີປະສິດທຜົນ ດ້ວຍເສດຖະກິດພາກລັດເປັນແກ່ນສານ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊີ້ແຈ້ງວ່າ:

“ທີໜຶ່ງແມ່ນເຕີບໃຫຍ່ຢ່າງເຂັ້ມແຂງຜ່ານຜ່າຕົນເອງ, ຜ່ານຜ່າຂໍ້ຈຳກັດຂອງຕົນ ເພື່ອພັດທະນາຢ່າງວ່ອງໄວ, ເຂັ້ມແຂງກວ່າອີກ, ປະກອບສ່ວນພັດທະນາເສດຖະກິດສີຂຽວ, ເສດຖະກິດີຈີຕອນ, ເສດຖະກິດປະດິດຄິດສ້າງ… ເນື້ອໃນເຕີບໂຕເຂັ້ມແຂງທີສອງແມ່ນ, ໃນທຸກການເຄື່ອນໄຫວຂອງພວກເຮົາຕ້ອງເຕີບໃຫຍ່ເຂັ້ມແຂງ, ແກ້ງແຍ້ງຢ່າງຍຸຕິທຳ, ຊື່ກົງຈະແຈ້ງ, ເຂົ້າຮ່ວມລະບົບມູນຄ່າພາກພື້ນ ແລະ ທົ່ວໂລກຢ່າງເລິກເຊິ່ງກວ່າ ແລະ ບືນຕົວຂຶ້ນ, ດ້ວຍຈິດໃຈຫັນຕະຫຼາດ, ຜະລິດຕະພັນ, ລະບົບສະໜອງເປັນຫຼາຍຮູບຫຼາຍແບບ. ດ້ວຍຈິດໃຈມອງກວ້າງເຫັນໄກ, ຄິດເລິກກະທຳຢ່າງໃຫຍ່ຫຼວງ”.

(ແຫຼ່ງຄັດຈາກ VOV)

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ 9 ໄດ້ໄຂຂຶ້ນຢ່າງສົມກຽດ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ 9 ໄດ້ໄຂຂຶ້ນຢ່າງສົມກຽດ

ຊາວກະສິກອນສືບຕໍ່ແມ່ນພື້ນຖານຂອງເສດຖະກິດ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ນຳ ຫວຽດນາມ ໃຫ້ກາຍເປັນປະເທດສົ່ງອອກຜະລິດຕະພັນແຖວໜ້າ.

Top