ຕອນບ່າຍວັນທີ 6 ສິງຫາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານTan Yang Thai ເອກອັກຄະລັດຖະທູດ ມາເລເຊຍ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາສູງທ່ານ ເອກອັກຄະລັດຖະທູດ ທີ່ໄດ້ປະຕິບັດສຳເລັດໜ້າທີ່ຢູ່ ຫວຽດນາມເປັນຢ່າງດີເດັ່ນ ໃນໄລຍະກວ່າ 3 ປີຜ່ານມາ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດ. ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ສະເໜີສອງຝ່າຍເປີດຕະຫຼາດສິນຄ້າຂອງກັນກວ່າອີກ, ເປັນຕົ້ນແມ່ນ ກະສິກຳ, ສິນໃນນ້ຳ, ອຸດສາຫະກຳສະບຽງອາຫານ, ຜະລິດຕະພັນເຄື່ອງອາໄຫຼ່ເອເລັກໂຕນິກ, ວັດຖຸກໍ່ສ້າງ… ເພື່ອນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸລະດັບ 20 ຕື້ USD ຕາມທິດດູ່ນດ່ຽງກວ່າອີກ.
ທ່ານTan Yang Thai ເອກອັກຄະລັດຖະທູດ ຢັ້ງຢືນວ່າ ມາເລເຊຍປາດຖະໜາຢາກຊຸກຍູ້ການພົວພັນສອງປະເທດໃຫ້ພັດທະນາແຮງກວ່າອີກ, ເປັນຕົ້ນແມ່ນໃນບັນດາຂົງເຂດທີ່ສອງປະເທດມີຄວາມສາມາດບົ່ມຊ້ອນ ແລະ ມີທ່າແຮງຄື: ນ້ຳມັນອາຍແກັດ, ກະສິກຳ, ການສຶກສາ ບຳລຸງສ້າງ, ການເຫັນເປັນດີຈີຕອນ, ຄວາມໝັ້ນຄົງດີຈີຕອນ, ວິທະຍາສາດ ເຕັກໂນໂລຢີ. ທ່ານເອກອັກຄະລັດຖະທູດສະແດງຄວາມເຊື່ອໝັ້ນວ່າ ສອງປະເທດຈະປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ ອາຊຽນ ໃຫ້ສາມັກຄີພັດທະນາ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ແລະ ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສາກົນກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).






