ຂ່າວສານ
ນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບການເປັນປົກກະຕິໂດຍໄວພາຍຫຼັງພາຍຸ
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄກກັບ 8 ທ້ອງຖິ່ນ ພາກກາງ ແລະ ໄຕງວຽນ ເພື່ອແນໃສ່ຕີລາຄາສະພາບການແກ້ໄຂຜົນເສຍຫາຍ ແລະ ຖອດຖອນບົດ ການວຽກງານຮັບມືກັບພາຍຸ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:
ຊຸມວັນມໍ່ໆມານີ້, ພວກເຮົາໄດ້ຕັ້ງໜ້າ, ເປັນເຈົ້າການປະຕິບັດວຽກງານປ້ອງກັນຕ້ານພາຍຸໃຫ້ເປັນຢ່າງດີ.ພາຍຫຼັງ ພາຍຸ, ພວກເຮົາຕ້ອງຈັດຕັ້ງການຕີລາຄາສະພາບການ, ຄາດຄະເນສະພາບການ, ຖອດຖອນບົດຮຽນ, ແກ້ໄຂຜົນຕາມມາໂດຍພາຍຸກໍ່ຂຶ້ນໂດຍໄວ, ເປັນຕົ້ນແມ່ນຝົນຕົກນ້ຳຖ້ວນພວມມີການຜັນແປຢ່າງສັບສົນ. ວຽກງານຮັບປະກັນຄວາມປອດໄພຂອງອ່າງເກັບນ້ຳ, ຄວາມປອດໄພດ້ານຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນຕ້ອງໄດ້ຮັບຄວາມເອົາໃຈໃສ່, ໃຫ້ບຸລິມະສິດແຖວໜ້າ, ນຳຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ, ປະກອບສ່ວນຍູ້ແຮງວຽກງານຜະລິດ, ດຳເນີນທຸລະກິດພາຍຫຼັງພາຍຸ.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຟື້ນຟູລະບົບໄຟຟ້າ, ສື່ສານ, ນ້ຳປະປາໂດຍໄວ ເພື່ອຮັບປະກັນການດຳລົງຊີວິດ ຂອງປະຊາຊົນ. ພ້ອມກັນນັ້ນ ຕ້ອງໜູນຊ່ວຍປະຊາຊົນເປັນຕົ້ນແມ່ນຄອບຄົວປະສົບກັບຄວາມຫຍຸ້ງຍາກ, ແກ້ໄຂບັນດາກິດຈະກຳສາທາລະນະ, ພິເສດແມ່ນໂຮງຮຽນ, ສຸກສາລາ… ເພື່ອຮັບປະກັນເງື່ອນໄຂໃຫ້ນັກຮຽນກັບຄືນໂຮງຮຽນ ແລະ ສະຖານທີ່ກວດພະຍາດ ໃຫ້ແກ່ປະຊາຊົນ.