• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳວົງເງິນການຄ້າສອງສົ້ນ ຫວຽດນາມ - ບຣາຊິນ ບັນລຸ 10 ຕື້ໂດລາສະຫະລັດ ໃນປີ 2025

ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ພາຍຫຼັງເກືອບ 35 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, ພິເສດ, ນັບແຕ່ເວລາສ້າງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2007, ການພົວພັນຮ່ວມມື ຫວຽດນາມ - ບຣາຊິນ ສືບຕໍ່ພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມໂອ້ລົມສົນທະນາກັບວິສາຫະກິດ ບຣາຊິນ (ພາບ:TTXVN)

ໃນລາຍການຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ, ຕອນເຊົ້າວັນທີ 24 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ Sao Paulo, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມໂອ້ລົມສົນທະນາກັບວິສາຫະກິດ ບຣາຊິນ ເພື່ອແນໃສ່ແລກປ່ຽນ ໂອກາດຮ່ວມມື, ລົງທຶນ, ເຊື່ອມຕໍ່ການດຳເນີນທຸລະກິດ ແລະ ພ້ອມກັນສ້າງບັນດາມູນຄ່າ ແລະ ກຳລັງໜູນເຕີບໂຕໃໝ່, ເພື່ອຊຸກຍູ້, ຍົກລະດັບການພົວພັນຮ່ວມມືເສດຖະກິດ ຫວຽດນາມ - ບຣາຊິນ ທັງໃນດ້ານຄຸນນະພາບ ແລະ ກ້າວເຂົ້າສູ່ລວງເລິກໃນໄລຍະຈະມາເຖິງ.

ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ພາຍຫຼັງເກືອບ 35 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, ພິເສດ, ນັບແຕ່ເວລາສ້າງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2007, ການພົວພັນຮ່ວມມື ຫວຽດນາມ - ບຣາຊິນ ສືບຕໍ່ພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດ. ການພົວພັນດ້ານການເມືອງນັບມື້ນັບສະໜິດຕິດພັນ ແລະ ໄວ້ເນື້ອເຊື່ອໃຈ, ໃນຂະນະທີ່ການພົວພັນເສດຖະກິດ - ການຄ້າ ນັບມື້ນັບໄດ້ເພີ່ມຂຶ້ນ. ປະຈຸບັນ, ຫວຽດນາມ ແລະ ບຣາຊິນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງກັນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາເມລິກາໃຕ້, ດ້ວຍວົງເງິນການຄ້າປີ 2022 ບັນລຸລະດັບສະຖິຕິ ປະມານ 6,78 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 6,6% ເມື່ອທຽບໃສ່ປີ 2021.

ທ່ານນາຍົກລັດຖະມົນຕີ ຖືວ່າ: ສອງປະເທດຄວນສົ່ງເສີມ ແລະ ຊຸກຍູ້ການລົງທຶນ ແລະ ການຄ້າສອງສົ້ນ, ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ; ເພີ່ມທະວີການແລກປ່ຽນບັນດາຄະນະວິສາຫະກິດໄປສຳຫຼວດ ຊອກຮູ້ຕະຫຼາດ, ໂອກາດໃນການລົງທຶນ ແລະ ເຊື່ອມຕໍ່ດຳເນີນທຸລະກິດ ເພື່ອແນໃສ່ຍົກລະດັບການພົວພັນການຄ້າ - ການລົງທຶນ ສົມກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງສອງປະເທດ.

ໂດຍຕີລາຄາສູງເຈດຈຳນົງແຫ່ງການຮ່ວມມືຂອງບັນດາວິສາຫະກິດ ບຣນຊິນ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຫວຽດນາມ ຕັ້ງໜ້າພ້ອມກັບ ບຣາຊິນ ເຈລະຈາບັນດາສັນຍາການຄ້າເສລີ, ອາລັກຂາການລົງທຶນ, ຫຼີກລ້ຽງການເກັບພາສີຊ້ອນ… ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຮ່ວມມື, ພັດທະນາ. ສູ້ຊົນນຳວົງເງິນການຄ້າສອງສົ້ນບັນລຸ 10 ຕື້ໂດລາສະຫະລັດໃນປີ 2025, ບັນລຸ 15 – 20 ຕື້ໂດລາສະຫະລັດ ໃນປີ 2030 ຕາມທິດດຸ່ນດ່ຽງກ່ວາ.  

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top