• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳບັນດາຂົງເຂດຮ່ວມມືລະຫວ່າງ ຫວຽດນາມ ແລະ ອິນເດຍ ເຂົ້າສູ່ສະພາບຕົວຈິງ ແລະ ມີປະສິດທິຜົນກວ່າອີກ

ຕອນບ່າຍວັນທີ 16/10, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ Subrahmanyam Jaishankar ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 18 ຂອງຄະນະກຳມະການຮ່ວມມື ຫວຽດນາມ - ອິນເດຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດເຕັກໂນໂລຊີ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ Subrahmanyam Jaishankar

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ຢືນຢັນເລື່ອງຫວຽດນາມຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອິນເດຍ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ກະຊວງການຕ່າງປະເທດ 2 ປະເທດສົມທົບກັນມານະພະຍາຍາມ, ກະກຽມເປັນຢ່າງດີໃຫ້ແກ່ບັນດາການເຄື່ອນໄຫວ, ຮັກສາບັນດາກົນໄກຮ່ວມມື 2 ຝ່າຍຢ່າງສະເໝີ, ຕັ້ງໜ້ານຳບັນດາຂົງເຂດຮ່ວມມືເຂົ້າສູ່ສະພາບຕົວຈິງ ແລະ ມີປະສິດທິຜົນກວ່າອີກ. ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ ອິນເດຍ ຊຸກຍູ້ບັນດາວິສາຫະກິດໃຫຍ່ລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດຍຸດທະສາດສຳຄັນຄື: ພື້ນຖານໂຄງລ່າງ, ທ່າກຳປັ່ນ, Logistics, ການຊອກຫາ ແລະ ຂຸດຄົ້ນນ້ຳມັນອາຍແກດ, ພະລັງງານທົດແທນ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ Subrahmanyam Jaishankar ຢືນຢັນວ່າ ອິນເດຍ ຖື ຫວຽດນາມ ແມ່ນຄູ່ຮ່ວມມື ສຳຄັນຂອງພາກພື້ນ ໃນການປະຕິບັດນະໂຍບາຍ “ກະທຳມຸ່ງໄປສູ່ທິດຕາເວັນອອກ” ແລະ ເນັ້ນໜັກ ວ່າ ອິນເດຍ ປາດຖະໜາຢາກສືບຕໍ່ຊຸກຍູ້ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບປະທານກຸ່ມບໍລິສັດ SK, ສ.ເກົາຫຼີ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບປະທານກຸ່ມບໍລິສັດ SK, ສ.ເກົາຫຼີ

ທ່ານສະເໜີໃຫ້ SK ຮ່ວມມືກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ມີໜ້າທີ່ ແລະ ທ້ອງຖິ່ນຂອງ ຫວຽດນາມ ຜັນຂະຫຍາຍບັນດາໂຄງການໃຫ້ໄວທີ່ສຸດ, ແທດຈິງ ແລະ ມີປະສິດທິຜົນ.

Top