• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳການພົວພັນເສດຖະກິດ 2 ຝ່າຍ ຫວຽດນາມ - ອາເມລິກາ ພັດທະນາຢ່າງມີສະຖຽນລະພາບ, ຍືນຍົງ

ຫວຽດນາມ ໄດ້ ແລະ ພວມສົມທົບກັບຝ່າຍ ອາເມລິກາ ຢ່າງແໜ້ນແຟ້ນ ເພື່ອຮັກສາທ່າພັດທະນາບັນດາສັນຍາການຄ້າ 2 ຝ່າຍຢ່າງຕັ້ງໜ້າ.
(ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ)

 ຕອນບ່າຍວັນທີ 20 ມີນາ, ຢູ່ ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບນະໂຍບາຍພາສີອາກອນຂອງ ອາເມລິກາ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ, ຫວຽດນາມ ໄດ້ ແລະ ພວມສົມທົບກັບຝ່າຍ ອາເມລິກາ ຢ່າງແໜ້ນແຟ້ນ ເພື່ອຮັກສາທ່າພັດທະນາບັນດາສັນຍາການຄ້າ 2 ຝ່າຍຢ່າງຕັ້ງໜ້າ. ທ່ານນາງຢືນຢັນວ່າ, ໃນໄລຍະຈະມາເຖິງ, ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນ ແລະ ເຮັດວຽກບົນຈິດໃຈສ້າງສັນ ແລະ ຮ່ວມມືກັບຝ່າຍ ອາເມລິກາ ເພື່ອແບ່ງປັນຂໍ້ມູນ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ແກ້ໄຂບັນດາສິ່ງທີ່ຍັງຕິດຂັດ, ຄົງຄ້າງ,  ເພື່ອປະກອບສ່ວນນຳການພົວພັນເສດຖະກິດ 2 ຝ່າຍໃຫ້ພັດທະນາຢ່າງມີສະຖຽນລະພາບ, ຕອບສະໜອງຜົນປະໂຫຍດຂອງທັງ 2 ຝ່າຍ.

        ກໍ່ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງ ອາເມລິກາ ສືບຕໍ່ປະຕິບັດໂຄງການຟື້ນຟູຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ, ໃຫ້ຮູ້ວ່າ, ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມໄດ້ຮັບຖືວ່າ ແມ່ນພື້ນຖານສຳຄັນໃນການພົວພັນລະຫວ່າງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ກະ​ຊວງ​ຍຸ​ຕິ​ທຳ​ມີ​ຄວາມ​ຮັບ​ຜິດ​ຊອບ​ຢ່າງໃຫ​ຍ່ຫຼວງ ​ເພື່ອ​ໃຫ້​ກົດ​ໝາຍ, ລະ​ບອບ​ລະ​ບຽບ​ການ​ແມ່ນ​ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ

ກະ​ຊວງ​ຍຸ​ຕິ​ທຳ​ມີ​ຄວາມ​ຮັບ​ຜິດ​ຊອບ​ຢ່າງໃຫ​ຍ່ຫຼວງ ​ເພື່ອ​ໃຫ້​ກົດ​ໝາຍ, ລະ​ບອບ​ລະ​ບຽບ​ການ​ແມ່ນ​ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ

ວັນ​ທີ 11 ພຶ​ດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຈັດ​ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ການປະ​ຕິ​ບັດ​ “ຍຸດ​ທະ​ນະ​ນາ​ການ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ປະ​ຕິ​ບັດ​ວຽກ​ງານ​ຊອກ​ຫາ, ເຕົ້າ​ໂຮມ ແລະ ຢັ້ງ​ຢືນ​ຊື່ - ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ”.

Top