• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ງິ​ຈິງ: ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ logistics “ສີ​ຂຽວ”, “ດີ​ຈີ​ຕອນ”, “ອັດ​ສະ​ລິ​ຍະ”

ຕອນເຊົ້າວັນທີ 29 ພະຈິກ, ຢູ່ນະຄອນ ດ່າໜັງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ເວທີປາໄສ Logistics ຫວຽດນາມ ປີ 2025 ດ້ວຍຫົວຂໍ້ “Logistics ຫວຽດນາມ - ບືນຕົວຂຶ້ນໃນສັງກາດໃໝ່”.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນຢູ່ເວທີປາໄສ

ເມື່ອກ່າວຄຳເຫັນໃນເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ຫວຽດນາມ ມີທ່າໄດ້ປຽບກ່ຽວກັບທີ່ຕັ້ງພູມີສາດການເມືອງ - ພູມສາດ - ເສດຖະກິດ, ແຕ່ການລົງທຶນໃຫ້ແກ່ logistics ຍັງກະແຈກກະຈາຍ, ຍັງບໍ່ທັນສົມຄູ່, ສະນັ້ນ ຂະແໜງ logistics ຍັງຄົງມີທ່າແຮງບົ່ມຂ້ອນພັດທະນາຫຼາຍຢ່າງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:

“ການພັດທະນາພື້ນຖານໂຄງລ່າງ logistics “ສີຂຽວ”, “ດີຈີຕອນ”, “ອັດສະລິຍະ”. “ສີຂຽວ” ແມ່ນການພັດທະນາແບບຍືນຍົງ, ວັດທະນະທຳມະນຸດ. “ດີຈີຕອນ” ໝາຍເຖິງການພັດທະນາວ່ອງໄວ, ທັນສະໄໝ. ການເຊື່ອມຕໍ່ຖານຂໍ້ມູນ logistics ນຳກັນຊ່ວຍຫຼຸດຜ່ອນການປ່ອຍອາຍພິດກາກບອນໃນລະດັບຕ່ຳສຸດ. ເພີ່ມທະວີການຮ່ວມມືສາກົນກ່ຽວກັບ logistics ສີຂຽວ, logistics ກາກບອນຕ່ຳ ແລະ ຮັກສາອັດຕາມູນຄ່າເພີ່ມຢູ່ໃນລະດັບສູງປະມານ 20  25% ໃນປີ 2030 ຕາມຍຸດທະສາດທີ່ໄດ້ປະກາດໃຊ້”.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຮັບໃຊ້ການພັດທະນາສີຂຽວ. ໄປຄຽງຄູ່ກັນນັ້ນ ແມ່ນການພັດທະນາວິສາຫະກິດ logistics ນາໆຊາດ ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ. ສ້າງກົນໄກລະດົມແຫຼ່ງກຳລັງເພື່ອພັດທະນາ logistics ສີຂຽວ, ດີຈີຕອນ, ທັນສະໄໝ, ອັດສະລິຍະ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​​ວິ​ສາ​ມັນ​ສະ​ພາ​ແຫ່ງ​ຊາດຈະ​ດຳ​ເນີນ​ໃນ​ເດືອນ​ສິງ​ຫາ​ຈະ​ມາ​ເຖິງ

ກອງ​ປະ​ຊຸມ​​ວິ​ສາ​ມັນ​ສະ​ພາ​ແຫ່ງ​ຊາດຈະ​ດຳ​ເນີນ​ໃນ​ເດືອນ​ສິງ​ຫາ​ຈະ​ມາ​ເຖິງ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໃຫ້​ຮູ້​ວ່າ​ຂັ້ນ​ມີ​ສິດ​ອຳ​ນາດ​ໄດ້​ເຫັນ​ດີ​ຕໍ່​ແຜນ​ນະ​ໂຍ​ບາຍ​ຈັດ​ກອ​ງ​ປະ​ຊຸມ​ວິ​ສາ​ມັນ​ໃນ​ເດືອນ ສິງ​ຫາ 2026.

Top