• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​​ຕີ​ຊົ່ວຄາ​ວ ໄທ ຢືນ​ຢັນການ​ສຳ​ເລັດ​ບັນ​ຊີ​ລາຍ​ຊື່​ລັດ​ຖະ​ບານ​ປະ​ສົມ​ຊຸດ​ໃໝ່

ລັດຖະບານປະສົມຊຸດໃໝ່ຂອງ ໄທ ລວມມີ 13 ພັກ, ດ້ວຍການຮ່ວມມືລະຫວ່າງພັກພູມໃຈໄທ ແລະ ພັກເພື່ອໄທ ເປັນແກ່ນສານ.

ຂໍ້ມູນດັ່ງກ່າວໂດຍທ່ານ ອະນຸທິນ ຊານວິຣະກູນ, ນາຍົກລັດຖະມົນຕີຊົ່ວຄາວ ໄທ ທັງເປັນການນຳພັກພູມໃຈໄທ ຢືນຢັນໃນການຖະແຫຼງຂ່າວຮ່ວມ ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 12 ມີນາ ຢູ່ ບາງກອກ.

  ທ່ານ ອະນຸທິນ ຊານວິຣະກູນ, ນາຍົກລັດຖະມົນຕີຊົ່ວຄາວ ໄທ ໃນເຫດການໜຶ່ງທີ່ຈັດຂຶ້ນເມື່ອວັນທີ 12 ກຸມພາ 2026 ຢູ່ບາງກອກ (ພາບ: REUTERS/Chalinee Thirasupa)  
ທ່ານ ອະນຸທິນ ໃຫ້ຮູ້ວ່າ ລັດຖະບານປະສົມຊຸດນີ້ ປັດຈຸບັນພວມກວມເອົາປະມານ 291 ບ່ອນນັ່ງຢູ່ສະພາຕ່ຳ, ເຊິ່ງເປັນຈຳນວນອັນເໝາະສົມເພື່ອຮັບປະກັນການເຄື່ອນໄຫວກົງຈັກບໍລິຫານໃຫ້ມີສະຖຽນລະພາບ ໂດຍບໍ່ຕ້ອງເປີດກວ້າງການປະສົມຫຼາຍເກີນໄປ (ເກີນລະດັບ 300 ບ່ອນນັ່ງ). ຕາມນັ້ນແລ້ວ, ບັນດາພັກຄື ກ້າທຳ ຫຼື ປະຊາທິປັດ ຈະບໍ່ເຂົ້າຮ່ວມບັນຊີລາຍຊື່ດັ່ງກ່າວ. ເຫດການດັ່ງກ່າວໄດ້ສ້າງຂີດໝາຍບາດກ້າວກະກຽມທີ່ສຳຄັນ ກ່ອນວາລະປະຊຸມເລືອກຕັ້ງຄະນະການນຳສະພາຕ່ຳໄທ ທີ່ຈະດຳເນີນໃນວັນທີ 15 ມີນາ ຈະມາເຖິງ.

        ກ່ຽວກັບຂັ້ນຕອນບຸກຄະລາກອນ, ພາຍຫຼັງພິທີໄຂກອງປະຊຸມສະພາແຫ່ງຊາດ ໃນວັນທີ 14 ມີນາ, ສະພາຕ່ຳຈະດຳເນີນການເລືອກຕັ້ງປະທານ ແລະ ຮອງປະທານສະພາຕ່ຳສອງທ່ານ.

(ແຫຼ່ງຄັດຈາກ VOV)

ກຳ​ລັງ​ເສ​ນາ​ຮັກ ຫວຽດ​ນາມ ແລະ ຈີນ ກວດ, ປິ່ນ​ປົ່ວ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ

ກຳ​ລັງ​ເສ​ນາ​ຮັກ ຫວຽດ​ນາມ ແລະ ຈີນ ກວດ, ປິ່ນ​ປົ່ວ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ

ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍດ້ານການເມືອງ, ສັງຄົມ ແລະ ມະນຸດສະທຳອັນສູງສົ່ງ ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ການອຸ້ມຊູຊ່ວຍເຫຼືອຂອງປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນທີ່ມີຕໍ່ກອງທັບສອງປະເທດ. ການເຄື່ອນໄຫວນີ້ຈະປະກອບສ່ວນຍົກສູງນ້ຳໃຈຄວາມສາມັກຄີມິດຕະພາບຂອງປະຊາຊົນ, ກອງທັບສອງປະເທດເວົ້າລວມ ແລະ ກຳລັງເສນາຮັກເວົ້າສະເພາະ.

Top