ຂ່າວສານ
ນາຍົກລັດຖະມົນຕີ ເລມິງຮຶງ: ຫ໋າຍຝ່ອງຕ້ອງແມ່ນໜຶ່ງໃນບັນດານະຄອນນຳໜ້າໃນການປ່ຽນແປງໃໝ່ຮູບແບບການເຕີບໂຕ
ຕອນບ່າຍວັນທີ 1 ມິຖຸນາ, ຢູ່ນະຄອນ ຫ໋າຍຝ່ອງ, ທ່ານນາຍົກລັດຖມົນຕີ ເລມິງຮຶງ, ຫົວໜ້າຄະນະກວດກາ, ຕິດຕາມກວດກາເລກ 4 ຂອງກົມການເມືອງ, ເປັນປະທານກອງປະຊຸມຮັບຮອງເອົາຮ່າງບົດລາຍງານໝາກຜົນຂອງການກວດກາສຳລັບຄະນະປະຈຳຄະນະຄະນະພັກນະຄອນ ຫ໋າຍຝ່ອງ.
ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີ ນະຄອນຫ໋າຍຝ່ອງຈັດການສະຫຼຸບເບື້ອງຕົ້ນ 1 ປີແຫ່ງການປະຕິບັດອຳນາດປົກຄອງທ້ອງຖິ່ນສອງຂັ້ນ, ເຮັດແຈ້ງລັກສະນະປະສິດທິຜົນຂອງການແບ່ງຂັ້ນ, ແບ່ງສິດ, ເນື້ອໃນໃດຍັງບໍ່ເໝາະສົມເພື່ອລາຍການຂັ້ນສູນກາງເພື່ອປັບປຸງໃຫ້ທັນການ. ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເນັ້ນໜັກວ່າ:
ແນ່ນອນວ່າຫ໋າຍຝ່ອງຕ້ອງແມ່ນໜຶ່ງໃນບັນດານະຄອນນຳໜ້າໃນການປ່ຽນແປງໃໝ່ຮູບແບບການເຕີບໂຕ. ໜຶ່ງໃນບັນດານະຄອນນຳໜ້າຄືຫ໋າຍຝ່ອງຕ້ອງແມ່ນບ່ອນທົດລອງການໝູນໃຊ້, ຜັນຂະຫຍາຍການໝູນໃຊ້ຢູ່ຫ໋າຍຝ່ອງບັນດາຮູບແບບການເຕີບໂຕໃໝ່, ຖືວິທະຍາສາດເຕັກໂນໂລຢີນະວັດຕະກຳເປັນພື້ນຖານ






