• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ວິງ​ລອງ​ຕ້ອງ​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ, ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່

ເພື່ອ​ໃຫ້​ວິງ​ລອງ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ພັດ​ທ​ະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ທີ່​ໄດ້​ວາງ​ອອກ, ພິ​ເສດ​ແມ່ນ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ລະ​ດັບ​ສອງ​ຕົວ​ເລກ, ທາງ​ແຂວງ​ຕ້ອງ​ປ່ຽນ​ແປງໃໝ່​ຈິນ​ຕະ​ນາ​ການ, ກຳ​ນົດ​ຮູບ​ແບບ​ການ​ເຕີ​ບ​ໂຕ​ໃໝ່.
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ (ພາບ: VOV)  

ຕອນ​ບ່າຍ​ວັນ​ທີ 26 ພຶດ​ສະ​ພາ, ທີ່​ການ​ເຮັດ​ວຽກ ກັບ​ຄະ​ນະ​ປະ​ຈຳ ຄະ​ນະ​ພັກ​ແຂວງ ວິງ​ລອງ ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ທ້ອງ​ຖິ່ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຖື​ວ່າ ເພື່ອ​ໃຫ້​ວິງ​ລອງ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ພັດ​ທ​ະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ທີ່​ໄດ້​ວາງ​ອອກ, ພິ​ເສດ​ແມ່ນ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ລະ​ດັບ​ສອງ​ຕົວ​ເລກ, ທາງ​ແຂວງ​ຕ້ອງ​ປ່ຽນ​ແປງໃໝ່​ຈິນ​ຕະ​ນາ​ການ, ກຳ​ນົດ​ຮູບ​ແບບ​ການ​ເຕີ​ບ​ໂຕ​ໃໝ່, ເປັນ​ເອ​ກະ​ພາບ​ເຈດ​ຈຳ​ນົງ ແລະ ການ​ກະ​ທຳ, ປ່ຽນ​ແປງໃໝ່ແບບ​ແຜນການ​ເຮັດ​ວຽກ, ເພີ່ມ​ທະ​ວີ​ການ​ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ, ການ​ບໍ​ລິ​ການ ແລະ ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຢ່າງ​ວ່ອງ​ໄວ

ແຂວງວິງ​ລອງ​ຕ້ອງ​ຫັນ​ເປັນ​ລະອຽດ, ເພື່ອ​ເພີ່ມ​ໄດ້ 10% ນັ້ນອຸດ​ສາ​ຫະ​ກຳ​ຕ້ອງ​ເພີ່ມ​ຈັກ%, ການ​ຄ້າ, ການ​ບໍ​ລິ​ການ, ອຸດ​ສາ​ຫະ​ກຳ ແລະ ການ​ກໍ່​ສ້າງ, ກະ​ສິ​ກຳ ແມ່ນ​ຈັກ%. ວິ​ເຄາະ​ແຕ່​ລະ​ຂົງ​ເຂດ​ລະ​ອຽດ. ມອບ​ດັດ​ຊະ​ນີ​ໃຫ້​ແກ່​ບັນ​ດາ​ທ້ອງ​ຖິ່ນ, ບັນ​ດາ​ຂົງ​ເຂດ, ຂະ​ແໜງ​ການ, ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ບໍ​ລິ​ເວນ​ແຂວງ, ໄປ​ຄຽງ​ຄູ​ກັນ​ນັ້ນ​ແມ່ນ​ແຫຼ່ງ​ກຳ​ລັງ, ຕ້ອງ​ສ້າງ​ຂັ້ນ​ຕອນ, ວຽກ​ງານ​ໃດ, ພະ​ແນກ​ໃດ​ຕ້ອງ​ເຮັດ​ຫຍັງ… ຕ້ອງ​ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່​ການ​ນຳ​ແຂວງ ເພື່ອ​ໃຫ້​ບັນ​ດາ​ອົງ​ການ​ສູນ​ກາງ ພ້ອມ​ກັນ​ຜັນ​ຂະ​ຫຍາຍ. ຖ້າ​ບໍ່​ມີ​ແຜນ​ການ​ລະ​ອຽດ​ຄື​ແນວ​ນັ້ນ, ບໍ່​ຂ້ຽວ​ຂາດ, ບໍ່​ມີ​ຄວາມ​ຕັດ​ສິນ​ໃຈ ກ​ໍ່ຍາກ​ທີ່​ຈະ​ບັນ​ລຸ​ໄດ້​ເປົ້າ​ໝາຍ.

(ແຫຼ່ງຄັດຈາກ VOV)

ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2026 ຈະຈັດຂຶ້ນໃນເດືອນ ກໍລະກົດ

ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2026 ຈະຈັດຂຶ້ນໃນເດືອນ ກໍລະກົດ

ແຕ່ວັນທີ 16 – 20 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ລາວ ຈະຈັດງານຕະຫຼາດນັດ ຫວຽດນາມ - ລາວ 2026 (VIETLAO EXPO 2026).

Top