ຂ່າວສານ
ນາຍົກລັດຖະມົນຕີ ເລມິງຮຶງ: ນໍາສະມັດຕະພາບແຮງງານກາຍເປັນກຳລັງໜູນສຳຄັນຂອງການເຕີບໂຕແບບຍືນຍົງ

ໃນການປຶກສາຫາລື, ບັນດາຜູ້ແທນໄດ້ເວົ້າເຖິງຫຼາຍບັນດາຫາໃຫຍ່, ຄື: ຍົກສູງສະມັດຕະພາບແຮງງານ ແລະ ຄຸນນະພາບແຫຼ່ງຊັບພະຍາກອນມະນຸດ; ຮັບປະກັນການດຳລົງຊີວິດ, ສະຫວັດດີການ ແລະ ສ້າງກຳລັງໃຈເຮັດວຽກໃຫ້ແກ່ຜູ້ອອກແຮງງານ; ສ້າງສະພາບແວດລ້ອມເຮັດວຽກທີ່ທັນສະໄໝ, ປອດໄພ ແລະ ຊຸກຍູ້ນະວັດຕະກຳ.
ໂດຍຮັບຮູ້ບັນດາຄຳເຫັນປະກອບ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເນັ້ນໜັກວ່າ:
“ເພື່ອໃຫ້ຜູ້ອອກແຮງງານມີຄວາມສາມາດກຳແໜ້ນວິທະຍາສາດເຕັກໂນໂລຢີ, ເປັນເຈົ້າການຫັນເປັນດີຈີຕອນ, ມີກຳລັງຄວາມສາມາດນະວັດຕະກຳ, ບໍ່ຖືກຫຼ້າຫຼັງ, ບໍ່ຖືກປະໄວ້ຢູ່ທາງຫຼັງໃນສັງກາດຫັນເປັນດີຈີຕອນນັ້ນ ກ່ອນອື່ນໝົດ, ວິສາຫະກິດຕ້ອງເປັນຜູ້ນຳໜ້າປະຕິບັດ ແລະ ຊຸກຍູ້ວິວັດທະນາການດັ່ງກ່າວ. ລັດຖະບານໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງ, ໜູນຊ່ວຍວິສາຫະກິດພັດທະນາ. ລັດຖະບານ ມີນະໂຍບາຍໜູນຊ່ວຍການບຳລຸງທັກສະດີຈີຕອນ, ທັກສະວິຊາອາຊີບໃໝ່, ໜູນຊ່ວຍການບຳລຸງສ້າງຄືນໃໝ່, ບຳລຸງສ້າງຫັນປ່ຽນອາຊີບ, ເພື່ອຮັບປະກັນວຽກເຮັດງານທຳແບບຍືນຍົງໃຫ້ແກ່ຜູ້ອອກແຮງງານ ແລະ ຈະມີກົນໄກນະໂຍບາຍເພື່ອສົ່ງເສີມ, ສ້າງເງື່ອນໄຂໃຫ້ວິສາຫະກິດຍູ້ແຮງການບຳລຸງສ້າງ, ຊຸກຍູ້ບັນດາຂະບວນການແຂ່ງຂັນ ແລະ ຂໍ້ລິເລີ່ມຂອງຜູ້ອອກແຮງງານ”.






