ຂ່າວສານ
ນາຍົກລັດຖະມົນຕີ ເປັນປະທານກອງປະຊຸມຄັ້ງທີ 6 ຄະນະຊີ້ນຳບັນດາໂຄງການຈຸດສຸມ, ໂຄງການສຳຄັນແຫ່ງຊາດຂົງເຂດທາງລົດໄຟ
ຕອນບ່າຍວັນທີ 31 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳບັນດາ ໂຄງການຈຸດສຸມ, ໂຄງການສຳຄັນແຫ່ງຊາດຂົງເຂດທາງລົດໄຟໄດ້ເປັນປະທານກອງປະຊຸມຄັ້ງທີ 6 ຂອງຄະນະຊີ້ນຳແບບທາງໄກ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ສະມາຊິກຄະນະຊີ້ນຳແຕ່ລະທ່ານ ອີງຕາມບົດບາດໜ້າທີ່, ສິດອຳນາດຜັນຂະຫຍາຍບັນດາວຽກງານ, ໜ້າທີ່ຢ່າງມີຄວາມເປັນເຈົ້າການ. ໃນນັ້ນ, ບັນດາທ້ອງຖິ່ນ ແລະ EVN ສືບຕໍ່ຮີບດ່ວນຜັນຂະຫຍາຍວຽກງານບຸກເບີກໜ້າພຽງ, ຊົດເຊີຍ, ໜູນຊ່ວຍ, ຕັ້ງຖີ່ນຖານຄົງທີ່ໃໝ່, ດ້ວຍຈິດໃຈເປັນເຈົ້າການ, ຕັ້ງໜ້າ, ມີປະສິດທິຜົນ, ເພື່ອປະຊາຊົນ, ຮັບປະກັນສິດ, ຜັນຂະຫຍາຍ ອັນຊອບທຳຂອງປະຊາຊົນ, ພະຍາຍາມ ບ່ອນດຳລົງຊີວິດໃໝ່ຂອງປະຊາຊົນຕ້ອງດີກ່ວາບ່ອນເກົ່າ.
ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ສົ່ງເສີມບັນດາທ້ອງຖິ່ນສະເໜີບັນດາໂຄງການເສັ້ນທາງລົດໄຟ ແລະ ເປັນອົງການຮັບຜິດຊອບຂອງບັນດາໂຄງການ. ບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ ສຳຫຼວດກວດຄືນ, ເພີ່ມເຕີມຂັ້ນຕອນ, ຂອບຂະໜາດ, ລະບຽບການ, ມາດຕະຖານຕາມຂໍ້ກຳນົດຂອງ ກົດໝາຍ ຢ່າງຄົບຖ້ວນ ແລະ ປະຕິບັດຖືກຕ້ອງຕາມສິດອຳນາດຂອງຕົນໃນວິວັດການຜັນຂະຫຍາຍບັນດາໂຄງການ.








