• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວໍ​ວັນ​ກຽດ - ນັກ​ຮົບ​ປະ​ຕິ​ວັດ​ອຸ​ທິດ​​ສ່ວນຕະຫຼອດ​ຊີ​ວິດ, ເສຍ​ສະຫຼະ​ເພື່ອ​ເອ​ກະ​ລາດ, ເສ​ລີ​ພາບ​ຂອງ​ປະ​ເທດ​ຊາດ, ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ

ຕອນເຊົ້າວັນທີ 23 ພະຈິກ, ຢູ່ແຂວງວິງລອງ, ຄະນະບໍລິຫານງານສູນການພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ແຂວງວິງລອງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດຂອງນາຍົກລັດຖະມົນຕີ ຫວໍວັນກຽດ(23/11/1922 - 23/11/2022).
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ  

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຫວນຄືນຂະບວນວິວັດການເຄື່ອນໄຫວປະຕິວັດ ແລະ ການປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຫວໍວັນກຽດ, ໂດຍເນັ້ນໜັກເຖິງແບບຢ່າງອຸທິດສ່ວນ ແລະ ເສຍສະຫຼະທຸກຢ່າງ ໃຫ້ແກ່ປະເທດຊາດ, ປະຊາຊົນ ຂອງນາຍົກລັດຖະມົນຕີ ຫວໍວັນກຽດ ເຊິ່ງໄດ້ຈົດຈຳໄວ້ໃນດວງໃຈຂອງພໍ່ແມ່ປະຊາຊົນ, ສະຫາຍ, ນັກຮົບໃນທົ່ວປະເທດ. ທ່ານໃຫ້ຮູ້ວ່າ:

ຊີວິດ ແລະ ພາລະກິດປະຕິວັດ ຂອງທ່ານນາຍົກລັດຖະມົນຕີ ຫວໍວັນກຽດ ໄດ້ປະກົດໃຫ້ເຫັນແບບຢ່າງຂອງນັກຮົບປະຕິວັດທີ່ຈົ່ງຮັກພັກດີ, ການນຳທີ່ດີເລີດ, ອຸທິດສ່ວນຕະຫຼອດຊີວິດເພື່ອປະເທດຊາດ, ເພື່ອປະຊາຊົນ. ດ້ວຍແບບແຜນການເຮັດວຽກຢ່າງມີປະຊາທິປະໄຕ, ໃກ້ຊິດຕິດແທດ, ທິດສະດີຕິດພັບກັນພຶດຕິກຳຕົວຈິງ, ເວົ້າໄປຄຽງຄູ່ກັບການກະທຳ, ກ້າຄິດກ້າທຳ, ກ້າຮັບຜິດຊອບ. ສະຫາຍໄດ້ປະກອບສ່ວນສຳຄັນຕໍ່ການລະດົມກຳລັງໃຈໃຫ້ປະຊາຊົນທຸກຊັ້ນວັນນະ ຕັ້ງໜ້າປະຕິບັດແນວທາງປ່ຽນແປງໃໝ່ໂດຍພັກກອມມູນິດ ຫວຽດນາມ ເປັນຜູ້ລິເລີ່ມ ແລະ ນຳພາ. ສຳລັບທ່ານແລ້ວ, ການປ່ຽນແປງໃໝ່ແມ່ນປະດິດຄິດສ້າງ, ແມ່ນຮູ້ຈັກຂຸດຄົ້ນ, ເສີມຂະຫຍາຍທ່າແຮງຂອງປະເທດຊາດ, ປະຫວັດສາດ, ວັດທະນະທຳ ແລະ ຊາວຫວຽດນາມ, ປະຕິບັດເປົ້າໝາຍຂອງປະຕິວັດທີ່ໄດ້ວາງອອກຢ່າງມີໄຊ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ພິທີສະເຫຼີມສະຫຼອງ 100ປີແຫ່ງວັນຄ້າຍວັນເກີດຂອງທ່ານນາຍົກລັດຖະມົນຕີ ຫວໍວັນກຽດ ແມ່ນໂອກາດເພື່ອອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ນັກກອມມູນິດຜູ້ໜຶ່ງທີ່ຈົ່ງຮັກພັກດີ, ເປັນການນຳທີ່ດີເລີດຂອງພັກ, ລັດ ແລະ ປະຊາຊົນ, ອຸທິດສ່ວນຕະຫຼອດຊີວິດ, ເສຍສະຫຼະທຸກຢ່າງເພື່ອເອກະລາດ, ເສລີພາບຂອງປະເທດຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ.    

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top