ຂ່າວສານ
ນາຍົກລັດຖະມົນຕີ ຟ້າມມິງຈິງ: ກໍ່ສ້າງສາງນ້ຳມັນດິບຢູ່ ງີເຊີນ ໃນທັນທີ ແລະ ຄິດໄລ່ເຖິງບັນດາສະຖານທີ່ອື່ນໆ
ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ການກໍ່ສ້າງສາງນ້ຳມັນດິບ ແມ່ນມີບ່ອນອີງທາງດ້ານຮາກຖານການເມືອງ, ນິຕິກຳ, ພຶດຕິກຳຕົວຈິງ, ມີແຜນຜັງຢ່າງຄົບຖ້ວນ, ສະນັ້ນມີແຕ່ປຶກສາຫາລືເຮັດ, ບໍ່ປຶກສາຫາລືຖອຍ. ທ່ານນາຍົກລັດຖະມົນຕີ ໄດ້ມອບໜ້າທີ່ລະອຽດໃຫ້ແກ່ບັນດາກະຊວງ, ຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງ. ກ່ອນອື່ນໝົດ, ກໍ່ສ້າງສາງນ້ຳມັນດິບຢູ່ ງີເຊີນ ໃນທັນທີ ເພື່ອຮັບໃຊ້ໂຮງງານກັ່ນຕອງນ້ຳມັນ ງີເຊີນ ໂດຍກົງ, ທັງຮັບໃຊ້ການເກັບນ້ຳມັນສຳຮອງແຫ່ງຊາດ. ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ສືບຕໍ່ຊີ້ນຳ, ຄົ້ນຄວ້າ, ຜັນຂະຫຍາຍການກໍ່ສ້າງບັນດາສາງສຳຮອງນ້ຳມັນ, ນ້ຳມັນດິບຢູ່ ຢຸງກວັດ (ກວາງງາຍ), ລອງເຊີນ (ນະຄອນ ໂຮ່ຈີມິນ) ແລະ ບັນດາເຂດພາກອື່ນ.
ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງການຮຽກຮ້ອງໃຫ້ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ນັບທັງໃນກໍລະນີມີເຫດການເກີດຂຶ້ນແບບບໍ່ຄາດຄິດ, ພ້ອມທັງຮັບປະກັນລັກສະນະປະສິດທິຜົນຂອງບັນດາໂຄງການ.








