• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເຊື່ອມ​ໂຍງ​ເພື່ອ​ທຽບ​ທັນ, ​ພ້ອມ​ກັນກ້າວ​ເດີນ ແລະ ບືນ​ຕົວ​ຂຶ້ນ, ແຕ່​ບໍ່​ແມ່ນ​ການ​ປະ​ຕິ​ບັດ​ດ້ວຍ​ທຸກວິ​ທີ​ທາງ

ຕອນບ່າຍວັນທີ 08 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີປະກາດດັດຊະນີຕີລາຄາໝາກຜົນການປະຕິບັດບັນດາສັນຍາການຄ້າເສລີ (FTA Index) ຂອງບັນດາທ້ອງຖິ່ນໃນປີ 2024. ເຫດການດັ່ງກ່າວໄດ້ຈັດຂຶ້ນແບບເຊິ່ງໜ້າສົມທົບກັບທາງໄກເຊື່ອມຕໍ່ກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ໄດ້ກຳນົດວ່າ, ຕ້ອງເຊື່ອມໂຍງເຂົ້າກັບສາກົນ ເພື່ອທຽບທັນ, ພ້ອມກັນກ້າວເດີນ ແລະ ບືນຕົວຂຶ້ນ, ແຕ່ບໍ່ໝາຍຄວາມວ່າປະຕິບັດດ້ວຍທຸກວິທີທາງເພື່ອເຊື່ອມໂຍງ, ບໍ່ເອື່ອຍອີງ, ຕ້ອງເຊື່ອມໂຍງບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງນຳກັນ.

“ພວກເຮົາຊົມເຊີຍການຮ່ວມມືກັບທຸກຄູ່ຮ່ວມມືທີ່ເຂົ້າມາ ຫວຽດນາມ ດ້ວຍເຈດຕະນາດີ, ດ້ວຍການຮ່ວມມືເພື່ອພ້ອມກັນພັດທະນາ; ພ້ອມກັນນຳມາເຊິ່ງຄວາມຜາສຸກ, ອີ່ມໜຳສຳລານໃຫ້ແກ່ປະຊາຊົນແຕ່ລະປະເທດ. ແຕ່ພວກເຮົາບໍ່ຍອມເຊື່ອມໂຍງດ້ວຍທຸກວິທີທາງ, ເຊື່ອມໂຍງຕ້ອງເອື່ອຍອີງ ແມ່ນບໍ່ເຮັດຢ່າງເດັດຂາດ. ພວກເຮົາຕ້ອງລຸກຂຶ້ນດ້ວຍຝາມື, ສະຕິປັນຍາ, ຊັບພະຍາກອນທຳມະຊາດ ແລະ ດິນແດນຂອງຕົນ, ດ້ວຍຄຸນຄ່າອັນແກ່ນສານຂອງຊາວ ຫວຽດນາມ, ດ້ວຍພື້ນຖານວັດທະນະທຳແຫ່ງອະລິຍະທຳສາມັກຄີທົ່ວປວງຊົນທັງຊາດນັບພັນປີ. ເຄົາລົບການຊ່ວຍເຫຼືອຂອງເພື່ອນມິດສາກົນ.”

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສຸດຍອດ P4G: ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ສອງ​ສະ​ບັບ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ສີ​ຂຽວ​ແບບ​ຍືນ​ຍົງ

ອັດ​ກອງ​ປະ​ຊຸມ​ສຸດຍອດ P4G: ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ສອງ​ສະ​ບັບ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ສີ​ຂຽວ​ແບບ​ຍືນ​ຍົງ

ຕອນບ່າຍວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ຄັ້ງທີ 4 ໄດ້ອັດລົງພາຍຫຼັງການເຮັດວຽກມາເປັນເວລາ 4 ວັນ (14/4 - 17/4).

Top