• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ນະ​ຄອນ ໂຮ່​ຈີ​ມິນ ປີ 2024

ຕອນເຊົ້າວັນທີ 25 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມເວທີປາໄສເສດຖະກິດນະຄອນ ໂຮ່ຈີມິນ ປີ 2024 ດ້ວຍຫົວຂໍ້ “ຫັນເປັນອຸດສາຫະກຳ, ກຳລັງໃໝ່ແກ່ການພັດທະນາແບບຍືນຍົງ ນະຄອນ ໂຮ່ຈີມິນ”.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມເວທີປາໄສ (ພາບ: VOV)

ໃນວາລະໄຂເວທີປາໄສຂອງຕອນເຊົ້າວັນດຽວກັນ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາຫົວຂໍ້ຄື: ທ່າອ່ຽງຫຼັກແຫຼ່ງແກ່ນສານກ່ຽວກັບການຫັນເປັນອຸດສາຫະກຳໃນໂລກ; ລະບົບນິເວດການບໍລິຫານ ແລະ ນະໂຍບາຍຊຸກຍູ້ວິວັດທະນາການຫັນເປັນອຸດສາຫະກຳ; ຍຸດທະສາດຫັນປັນອຸດສາຫະກຳ ນະຄອນ ໂຮ່ຈີມິນ ໃນສະພາບການຮ່ວມສຳພັນເຂດ, ພາກສາກົນ ແລະ ທ່າອ່ຽງເຕັກໂນໂລຢີໃໝ່: ບົດບາດເປັນໃຈກາງຂອງການປະຕິບັດອຸດສາຫະກຳ 4.0 ຢູ່ນະຄອນ ໂຮ່ຈີມິນ ຕິດພັນກັບການຫັນເປັນອຸດສາຫະກຳ. ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ສູນປະຕິວັດອຸດສາຫະກຳ ຄັ້ງທີ 4 (C4IR) ຢູ່ເຂດເຕັກໂນໂລຢີສູງ ແລະ ຕ້ອນຮັບບັນດາວິສາຫະກິດທີ່ກໍ່ຕັ້ງເວທີປາໄສດັ່ງກ່າວ.

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຜູ້ຕາງໜ້າບັນດາກະຊວງ, ຂະແໜງການໄດ້ສົນທະນານະໂຍບາຍກັບວິສາຫະກິດ, ທ້ອງຖິ່ນ ເພື່ອແນໃສ່ແກ້ໄຂບັນດາຈຸດອຸດຕັນຈາກຄວາມຕ້ອງການຕົວຈິງຂອງວິສາຫະກິດ ແລະ ທ້ອງຖິ່ນ.

ຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ສູນປະຕິວັດອຸດສາຫະກຳຄັ້ງທີ 4 (C4IR) ຢູ່ເຂດເຕັກໂນໂລຢີສູງ ນະຄອນ ໂຮ່ຈີມິນ. ນີ້ແມ່ນສູນ C4IR ແຫ່ງທີ່ 2 ຢູ່ອາຊີຕາເວັນອອກສ່ຽງໃຕ້ ຖັດຈາກ ມາເລເຊຍ ເຂົ້າຮ່ວມເຄືອຂ່າຍສູນປະຕິວັດອຸດສາຫະກຳຄັ້ງ ທີ 4 ທົ່ວໂລກ ຂອງ WEF.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສະຫະພັນລັດເຊຍ, ຕອນເຊົ້າວັນທີ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ມົດສະກູ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ-ລັດເຊຍ ດ້ວຍຫົວຂໍ້ “ການເຊື່ອມຕໍ່ເຕັກໂນໂລຊີຍຸດທະສາດ”.

Top