• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ທັງ​ການ​ສະ​ໜອງ ແລະ ຄວາມ​ຕ້ອງ​ການ​ເພື່ອ​ຊຸກ​ຍູ້​ພື້ນ​ຖານ​ເສດ​ຖະ​ກິດ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ເຖິງວ່າສະພາບການປະສົບກັບຄວາມຫຍຸ້ງຍາກກໍ່ຕາມ ແຕ່ນີ້ກໍແມ່ນໂອກາດ, ຄວາມສະດວກເພື່ອໃຫ້ ຫວຽດນາມ ສືບຕໍ່ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ມຸ່ງໄປເຖິງສີຂຽວ, ວ່ອງໄວ, ຍືນຍົງ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ວັນທີ 23 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຄະນະປະຈຳລັດຖະບານປຶກສາຫາລືກ່ຽວກັບບັນດາມາດຕະການຮັບມືຂອງ ຫວຽດນາມ ໃນສະພາບການໂລກ ທີ່ມີການຜັນແປຫຼາຍຢ່າງໃນປັດຈຸບັນ.

ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ເຖິງວ່າສະພາບການປະສົບກັບຄວາມຫຍຸ້ງຍາກກໍ່ຕາມ ແຕ່ນີ້ກໍແມ່ນໂອກາດ, ຄວາມສະດວກເພື່ອໃຫ້ ຫວຽດນາມ ສືບຕໍ່ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ມຸ່ງໄປເຖິງສີຂຽວ, ວ່ອງໄວ, ຍືນຍົງ; ຍູ້ແຮງການສ້າງໂຄງປະກອບການຕະຫຼາດຄືນໃໝ່, ຜະລິດຕະພັນ, ຮັບປະກັນຄວາມອຸດົມສົມບູນຂອງຕະຫຼາດ, ລະບົບການສະໜອງ. ໄປຄຽງຄູ່ກັນນັ້ນແມ່ນເຮັດໃໝ່ບັນດາກຳລັງໜູນການເຕີບໂຕທີ່ມີຢູ່ແລ້ວ. ຈາກນັ້ນ, ຫັນຕະຫຼາດ, ຜະລິດຕະພັນ, ລະບົບສະໜອງເປັນຫຼາຍຮູບຫຼາຍແບບ; ຮັກສາບັນດາລະບົບສະໜອງຮັບປະກັນຄວາມສະດວກ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

ເພີ່ມທະວີທັງການສະໜອງ ແລະ ຄວາມຕ້ອງການເພື່ອຊຸກຍູ້ພື້ນຖານເສດຖະກິດ. ສືບຕໍ່ປະຕິບັດບັນດານະໂຍບາຍປີການເງິນ, ຄື: ຍົກເວັ້ນ, ຫຼຸດຜ່ອນ, ໂຈະແລະ ຕໍ່ກຳນົດການເກັບພາສີ, ຄ່າທຳນຽມ, ສ້າງຄວາມສະດວກໃຫ້ແກ່ປະຊາຊົນ, ວິສາຫະກິດ, ສືບຕໍ່ເພີ່ມລາຍຮັບ, ຫຼຸດຜ່ອນລາຍຈ່າຍ, ຍູ້ແຮງການປະຢັດ; ຍູ້ແຮງການປ່ອຍເງິນລົງທຶນສາທາລະນະ, ຖືການລົງທຶນສາທາລະນະນຳໜ້າພາກເອກະຊົນ, ຫຼຸດຜ່ອນບັນດາບ້ວງລາຍຈ່າຍທີ່ບໍ່ຈຳເປັນ, ຮັບປະກັນປະສິດທິຜົນໃນການຈ່າຍເງິນ, ເພີ່ມທະວີການຄຸ້ມຄອງລາຄາ, ຕະຫຼາດ.

ກ່ຽວກັບນະໂຍບາຍປີການເງິນ, ທ່ານນາຍົກລັດຖະມົນຕີ ສະເໜີການຄຸ້ມຄອງລາຄາຢ່າງແໜ້ນແຟ້ນ, ມີໄຫວພິບ; ເອົາໃຈໃສ່ເຖິງດອກເບ້ຍເພື່ອຮັບປະກັນການສຳຜັດກັບທຶນຢ່າງສະດວກກ່ວາ, ເປີດກວ້າງສິນເຊື່ອທີ່ມີການຄຸ້ມຄອງ, ບຸລິມະສິດໃຫ້ແກ່ຜະລິດຕະພັນປຸງແຕ່ງຢ່າງເລິກເຊິ່ງ, ກະສິກຳ, ການສົ່ງອອກ, ພິເສດແມ່ນໜູນຊ່ວຍສິນເຊື້ອໃຫ້ແກ່ຊາວກະສິກອນ. ສົມທົບນະໂຍບາຍປີການເງິນ ແລະ ນະໂຍບາຍເງິນຕາ, ນະໂຍບາບເງິນຕາໜູນຊ່ວຍນະໂຍບາຍປີການເງິນ ແລະ ກົງກັນຂ້າມ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top